ວິທີແກ້ເຫງົານອນໃນເວລາຮຽນ

119

ຫຼາຍຄົນອາດເຄີຍມີອາການເຫງົານອນໃນເວລາຮຽນເກືອບທຸກຄົນ. ສະນັ້ນ, ມື້ນີ້ພວກເຮົາມີວິທີແກ້ເຫງົານອນມາຝາກ ສຳລັບນັກຮຽນ – ນັກສຶກສາ ໂດຍສະເພາະຄົນທີ່ກຳລັງເຫງົານອນຢູ່ມາລອງປະຕິບັດຕາມວິທີດັ່ງຕໍ່ໄປນີ້ອາດຊ່ວຍໄດ້.

ອາການເຫງົານອນໃນເວລາຮຽນຄວາມຈິງແລ້ວແມ່ນມີຫຼາກຫຼາຍສາເຫດ ສ່ວນໃຫຍ່ເກີດຈາກການນອນເດິກ, ຄວາມເບື່ອວິຊາທີ່ຮຽນ ຫຼື ເນື່ອງຈາກອາກາດເປັນໃຈໃນຕອນບ່າຍຫຼັງກິນເຂົ້າອີ່ມ. ບໍ່ວ່າຈະດ້ວຍເຫດຜົນໃດ ບັນດານັກຮຽນ – ນັກສຶກສາ ຕ້ອງຈັດການແກ້ບັນຫາເຫງົານອນໃນເວລາຮຽນໃຫ້ໄດ້ ຖ້າບໍ່ເຊັ່ນນັ້ນອາດຈະໄດ້ບັນຫາອື່ນມາແທນ ເຊິ່ງວິທີແກ້ເຫງົານອນເວລາຮຽນກໍມີຫຼາກຫຼາຍວິທີ ດັ່ງລຸ່ມ ນີ້:

1 ປັບເວລານອນໃຫ້ເໝາະສົມ: ຖ້າເຫດຜົນຫຼັກໆຂອງການເຫງົານອນໃນເວລາຮຽນມາຈາກການນອນເດິກຈົນເກີນໄປ ວິທີແກ້ທີ່ດີທີ່ສຸດກໍຄືການເຂົ້ານອນໃຫ້ໄວຂຶ້ນ ໂດຍສະເພາະໄວໜຸ່ມຄວນຈະນອນ ໃຫ້ໄດ້ 7 – 10 ຊົ່ວໂມງຕໍ່ມື້. ສະນັ້ນ, ຄວນເຂົ້ານອນໃຫ້ໄວຂຶ້ນ ນອນໃຫ້ອີ່ມຈະບໍ່ເຮັດໃຫ້ເຮົາເຫງົານອນໃນເວລາຮຽນອີກ.

2 ຢ່າກິນອີ່ມຈົນເກີນໄປ: ຫຼາຍຄົນອາດຈະເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ເວົ້າກັນວ່າ “ ໜັງທ້ອງຕື່ງ ໜັງຕາຢ່ອນຍານ ” ນີ້ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ນັກຮຽນນອນໃນໄລຍະຕອນບ່າຍເປັນປະຈຳຄືກັນ. ດັ່ງນັ້ນ, ຈຶ່ງຄວນກິນເຂົ້າຕອນກາງເວັນໃຫ້ພໍດີ ຫຼຸດຄາໂບໄຮເດຣດ ແລະ ຂອງຫວານ ເພາະມັນຈະເຮັດໃຫ້ຢາກນອນຫຼາຍຂຶ້ນ ຫັນມາກິນແອັບເປິລ, ໝາກໄມ້ທີ່ມີວິຕາມິນຊີຫຼາຍໆ ຫຼື ອາຫານຈຳພວກເມັດພືດ ເຊັ່ນ: ໝາກຖົ່ວ, ງາ ຫຼື ເຂົ້າກ່ອງແທນ.

3 ອອກກຳລັງກາຍເລື້ອຍໆ: ການອອກກຳລັງກາຍເປັນປະຈຳຈະຊ່ວຍໃຫ້ເຮົາມີພະລັງງານ ແລະ ສົດຊື່ນຢູ່ສະເໝີ ເພາະການເຄື່ອນໄຫວຂອງຮ່າງກາຍເລື້ອຍໆ ຈະຊ່ວຍກະຕຸ້ນການໄຫຼວຽນ ຂອງເລືອດ ເພີ່ມອົກຊີແຊນໃນເລືອດໃຫ້ເຮົາຮູ້ສຶກສົດຊື່ນຂຶ້ນໄດ້ ແລະ ຍັງເຮັດໃຫ້ສຸຂະພາບດີອີກດ້ວຍ.

4 ນັ່ງໂຕະທາງໜ້າແລ້ວຕັ້ງໃຈຮຽນ: ແນ່ນອນວ່າຖ້ານັກຮຽນນັ່ງໂຕະທາງໜ້າແລ້ວນອນຫຼັບ ຄູຈະຕ້ອງເຫັນ ເພາະນັ່ງໃກ້ກັບຄູ ນີ້ຈຶ່ງເປັນວິທີທີ່ເດັດຂາດອີກວິທີໜຶ່ງທີ່ຈະແກ້ພຶດຕິກຳຫຼັບໃນຫ້ອງຮຽນຂອງເຮົາ ແຕ່ຖ້ານັ່ງທາງໜ້າແລ້ວຍັງເຫງົານອນຢູ່ ກໍຕ້ອງຕັ້ງໃຈຮຽນມີສ່ວນຮ່ວມໃນຫ້ອງ ໃຫ້ ຄວາມຮ່ວມມືຕອບຄຳຖາມກັບອາຈານເລື້ອຍໆ.

5 ເວລາຮຽນວິຊາຄະນິດສາດ ( ມັກຈະເຫງົານອນຫຼາຍກວ່າວິຊາອື່ນໆແມ່ນບໍ່ ) ວິທີແກ້ຄື: ເວລາອາຈານສອນໃຫ້ຄິດໄປນຳ ຖ້າມົວແຕ່ໃຈລອຍຄິດຫາສິ່ງອື່ນຢູ່ກໍຈະເຮັດໃຫ້ເຮົາເບື່ອ ແລະ ຢາກນອນທີ່ສຸດ.

6 ລຸກໄປເຂົ້າຫ້ອງນ້ຳ: ຖ້າເຮົາຍ່າງຫຼິ້ນໃນຫ້ອງບໍ່ໄດ້ ກໍຕ້ອງຂໍອະນຸຍາດອາຈານໄປເຂົ້າຫ້ອງນ້ຳ ວິທີນີ້ເປັນວິທີທີ່ດີຫຼາຍ ເພາະການຍ່າງຈະຊ່ວຍກະຕຸ້ນການສູບສີດເລືອດໄປທີ່ຫົວໃຈໄດ້ຫຼາຍຂຶ້ນ ຖືເປັນການຢືດເສັ້ນຢືດສາຍແກ້ເຫງົານອນທີ່ດີ ແລະ ພໍເຖິງຫ້ອງນ້ຳໃຫ້ລ້າງໜ້າລ້າງຕາດ້ວຍນ້ຳເຢັນໆ ກໍຈະຊ່ວຍໃຫ້ເຊົາຢາກນອນໄດ້ຫຼາຍ.

7 ດື່ມນ້ຳເລື້ອຍໆ: ການຂາດນ້ຳອາດຈະເຮັດໃຫ້ເຮົາເມື່ອຍໄດ້ງ່າຍ. ດັ່ງນັ້ນ, ເຮົາຄວນດື່ມນ້ຳຫຼາຍຢ່າງສະໝ່ຳສະເໝີ ເພື່ອໃຫ້ອົກຊີແຊນໃນຮ່າງກາຍເພີ່ມຂຶ້ນເຮັດໃຫ້ສະໝອງປອດໂປ່ງຫຼຸດການຢາກນອນ ຖ້າໂຮງຮຽນໃດຫ້າມເອົານ້ຳເຂົ້າໃນຫ້ອງຮຽນ ລະຫວ່າງປ່ຽນຊົ່ວໂມງຮຽນທຸກຄັ້ງໃຫ້ໄປດື່ມນ້ຳ ຫຼື ຖ້າໄດ້ຊາຂຽວກໍຈະເຮັດໃຫ້ຜ່ອນຄາຍ ແລະ ສົດຊື່ນຫຼາຍຂຶ້ນອີກ.

8 ເຮັດກິດຈະກຳກັບເພື່ອນໃນເວລາຫວ່າງ: ໃນລະຫວ່າງທີ່ນັ່ງຢູ່ລ້າໆ ເຊິ່ງຈະເຮັດໃຫ້ຢາກນອນເພີ່ມຂຶ້ນ ເຮົາຄວນໄປເຮັດກິດຈະກຳທີ່ຜ່ອນຄາຍກັບເພື່ອນໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນຫຼິ້ນກີລາ ຫຼື ປຶກສາກັບໝູ່ ເພາະການເຂົ້າຮ່ວມກິດຈະກຳກັບຄົນອື່ນຈະເຮັດໃຫ້ມ່ວນເພີດເພີນ ແລະ ອາລົມດີໄດ້ຫຼາຍຂຶ້ນ ຈົນບໍ່ຢາກນອນໄປເລີຍກໍໄດ້.

ຮຽບຮຽງໂດຍ: ແກ້ວ;ຂໍ້ມູນຈາກ: teen.mthai