ເຟສບຸ໊ກ ເປີດໂຕເຄື່ອງມືໃໝ່ຊ່ວຍໂອນ ຮູບພາບໄປສຳຮອງໃນ Google Photos

136

ເຟສບຸ໊ກ ( facebook ) ໄດ້ເປີດໂຕເຄື່ອງມືໃໝ່ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດໂອນຮູບພາບໄປຈັດເກັບໃນ Google Photos ໄດ້ໂດຍກົງ ເຊິ່ງຈະມີປະໂຫຍດສຳລັບຄົນທີ່ບໍ່ໄດ້ກຳນົດການສຳຮອງຮູບພາບ ຖ່າຍຈາກສະມາດໂຟນໄປເກັບໂດຍອັດຕະໂນມັດ ພຽງແຕ່ເປັນຜູ້ໃຊ້ເຟສບຸ໊ກ ແລະ Google Photos ກໍສາມາດສຳຮອງຮູບພາບທີ່ເອົາລົງໃນເຟສບຸ໊ກໄປເກັບໄວ້ໃນ Google Photos ໄດ້.

ໃນໄລຍະທີ່ຜ່ານມາການບໍລິການຂອງເຟສບຸ໊ກ ຈະເປີດໂອກາດໃຫ້ຜູ້ໃຊ້ເຂົ້າໄປດາວໂຫຼດຮູບພາບ, ຂໍ້ມູນສ່ວນຕົວໄດ້ ແຕ່ມັນຈະສະດວກຂຶ້ນເມື່ອມີເຄື່ອງມືໃຫ້ຜູ້ໃຊ້ສາມາດດາວໂຫຼດຮູບພາບທີ່ເອົາລົງໃນ    ເຟສບຸ໊ກໄປບໍລິການສຳຮອງຂໍ້ມູນໄດ້. ເຄື່ອງມືນີ້ໄດ້ເປີດໂຕໃຫ້ໃຊ້ງານຄັ້ງທຳອິດໃນປະເທດອຽກລັງ ( Ireland ) ແລະ ຈະເປີດຂະຫຍາຍສູ່ຜູ້ໃຊ້ທົ່ວໂລກໃນຕົ້ນປີ 2020.

ເຄື່ອງມືຖ່າຍໂອນຮູບພາບໄດ້ພັດທະນາຂຶ້ນຈາກການຮ່ວມມືໃນໂຄງການຖ່າຍໂອນຂໍ້ມູນແບບ Open source ເຊິ່ງມີຜູ້ເຂົ້າຮ່ວມ ເຊັ່ນ: Apple, Google, Microsoft, Twitter ແລະ ອື່ນໆ ໂດຍຈະເລີ່ມຕົ້ນເປີດໃຫ້ບໍລິການ Google Photos ກ່ອນ ແລ້ວຈຶ່ງຄ່ອຍຂະຫຍາຍສູ່ບໍລິການສຳຮອງຂໍ້ມູນຂອງເຄືອຂ່າຍອື່ນໃນອະນາຄົດ, ໃນປັດຈຸບັນເຟສບຸ໊ກ ຈະເລີ່ມທົດລອງໃນອຽກລັງ ແລະ ຈະປັບປຸງໃຫ້ດີຂຶ້ນຕາມຄຳແນະນຳຈາກຜູ້ໃຊ້ງານຕໍ່ໄປ.

( ໂດຍ: ສົມລົດ )

( ທີ່ມາ: https://www.beartai.com/news/383383 )