ຟູຈິຟີມ ອັບເດດ X-T3 ຊ່ວຍຄວບຄຸມການບັນທຶກວິດີໂອ

104

ຟູຈິຟີມ ( Fuji film ) ອອກມາປະກາດວ່າ: ໄດ້ອັບເດດ Firmware X-T3 ກ້ອງ Mirrorless ໃໝ່ໃນເວີຊັນ 3.10 ຈະວາງຈຳໜ່າຍໃນກາງເດືອນທັນວາ 2019 ນີ້ ເນື່ອງຈາກ X-T3 ມີນ້ຳໜັກເບົາຈຶ່ງສາມາດຕິດຕັ້ງໄວ້ໃນ Gimbal ເຊິ່ງ Firmware 3.10 ຈະຊ່ວຍຂະຫຍາຍຂີດຄວາມສາມາດໃນການຄວບຄຸມການບັນທຶກວິດີໂອຈາກ Gimbal ແລະ Drone ຜ່ານ SUB.

X-T3 ສາມາດເຮັດວຽກຮ່ວມກັບ Gimbal ຂອງຜູ້ຜະລິດ DJI ທີ່ມີ Ronin S, Zhiyung ທີ່ມີ crane 2, Shenzhen Gudsen ແລະ ຜະລິດຕະພັນອື່ນໆ ລວມທັງສາມາດຄວບຄຸມກ້ອງໄດ້ຈາກໄລຍະໄກທີ່ຕິດຕັ້ງໃນ Drone ແລະ Gimbal ລຸ້ນທີ່ຮອງຮັບ.

ນອກຈາກນີ້, ຍັງມີຟັງຊັນສັ່ງເລີ່ມ ແລະ ຢຸດການບັນທຶກວິດີໂອ, ປັບໂຟກັສໃນເລນແບບແມນນວລ, ປັບການຕັ້ງຄ່າການເປີດຮັບແສງ ( ໂໝດການເປີດຮັບແສງ, ຄວາມໄວຂອງຊັດເຕີ, ຮູຮັບແສງ, ຄວາມໄວໃນ ISO ) ສຳລັບການບັນທຶກວິດີໂອ.

( ໂດຍ: ສົມລົດ )

( ທີ່ມາ: https://www.sanook.com/hitech/1490337 )