ແຕ່ງຕັ້ງ ທ່ານ ຈັນສີລອນ ສີສົມບູນ ເປັນເຈົ້າເມືອງສາລະວັນ ຄົນໃໝ່

193

ທ້າຍອາທິດຜ່ານມາ ຢູ່ສະໂມສອນເມືອງສາລະວັນ ໄດ້ມີພິທີມອບ – ຮັບໜ້າທີ່ເລຂາພັກເມືອງ – ເຈົ້າເມືອງສາລະວັນ ຢ່າງເປັນທາງການລະຫວ່າງ ທ່ານ ທຶງ ຈອມມະນີ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສາລະວັນ ຄົນເກົ່າ ກັບ ທ່ານ ຈັນສີລອນ ສີສົມບູນ ກຳມະການພັກແຂວງ, ເປັນເລຂາພັກເມືອງ – ເຈົ້າເມືອງສາລະວັນ ຜູ້ໃໝ່ ໂດຍຊ້ອງໜ້າ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງສາລະວັນ.

ໃນພິທີ ທ່ານ ຄຳເບົາ ໄຊຍະສິດ ຮອງຫົວໜ້າຄະນະຈັດຕັ້ງແຂວງສາລະວັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ   215/ຄລສພ ລົງວັນທີ 29 ຕຸລາ 2019 ວ່າດ້ວຍການອະນຸມັດໃຫ້ ທ່ານ ທຶງ ຈອມມະນີ ຄະນະປະຈຳພັັກແຂວງ, ເລຂາພັກເມືອງ – ເຈົ້າເມືອງສາລະວັນ ຜູ້ເກົ່າ ອອກພັກການ – ຮັບອຸດໜູນບຳນານ ແລະ ປະຕິບັດຕາມຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 423/ຄຈພຂ.ສວ ແລະ ຂໍ້ຕົກລົງສະບັບເລກທີ 692/ຈຂ.ສວ ລົງວັນທີ 8 ພະຈິກ 2019 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນສີລອນ ສີສົມບູນ ກຳມະການພັກແຂວງ, ເປັນເລຂາພັກເມືອງ – ເຈົ້າເມືອງສາລະວັນ ຄົນໃໝ່.

ຈາກນັ້ນ, ທ່ານ ທຶງ ຈອມມະນີ ກໍໄດ້ກ່າວມອບໜ້າທີ່ວຽກງານໃນໄລຍະທີ່ໄດ້ຊີ້ນຳໆພາຂອງອົງຄະນະພັກເມືອງສາລະວັນ ສະໄໝທີ VIII, ທັງດ້ານດີ, ຂໍ້ຄົງຄ້າງ ແລະ ແຜນສືບຕໍ່ປະຕິບັັດໃນຕໍ່ໜ້າ ເຊິ່ງໄດ້ເຮັດໃຫ້ ວຽກງານຫຼາຍດ້ານມີຜົນສຳເລັດເປັນກ້າວໆ ເປັນຕົ້ນ: ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8% ຕໍ່ປີ ລວມຍອດຜະລິດຕະພັນບັນລຸໄດ້ 6.221 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 12 ລ້ານກວ່າກີບຕໍ່ຄົນ ເທົ່າກັບ 1.480 ໂດລາສະຫະລັດ. ໃນນັ້ນຂົງເຂດກະສິກຳ ກວມ 53%, ອຸດສາຫະກຳ 22,39% ແລະ ດ້ານການບໍລິການກວມ 24,47%. ໄດ້ເອົາໃຈໃສ່ຂົນຂວາຍຍາດແຍ່ງ, ດຶງດູດການລົງທຶນຈາກ 5 ແຫຼ່ງທຶນທົ່ວສັງຄົມ.

ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ – ຮັບໜ້າທີ່ເລຂາພັກເມືອງ, ເຈົ້າເມືອງສາລະວັນ ຢ່າງເປັນທາງການ.

( ຂ່າວ: ທິດລານີ ໂຄດໂຍທາ )