11 ຄໍາຄົມເຕືອນໃຈ ເມື່ອພົບມໍລະສຸມຊີວິດ

229

ຊີວິດຄົນເຮົາ ມັນບໍ່ມີຫຍັງແນ່ນອນ ແລະ ບໍ່ໄດ້ດັ່ງໃຈທີ່ຫວັງໄປໝົດທຸກຢ່າງ ເຖິງແມ່ນວ່າເຮົາຈະພະຍາຍາມ ສູ້ຢ່າງເຕັມທີ່ແລ້ວກໍ່ຕາມ ແຕ່ໂຊກຊະຕາອາດກັ່ນແກ້ງ ຈົນເຮັດໃຫ້ເຮົາທໍ້ ແລະ ສິ້ນຫວັງວ່າ ຄົງບໍ່ມີມັນປ່ຽນແປງໄດ້. ແຕ່ໃຫ້ເຊື່ອໝັ້ນວ່າແທ້ຈິງແລ້ວ ເຮົາສາມາດພິກຜັນສິ່ງຮ້າຍໆ ທີ່ເກີດຂຶ້ນໄດ້ ດ້ວຍວິທີການຕອບສະໜອງຕໍ່ສະຖານະການ ທີ່ເກີດຂຶ້ນ. ດັ່ງນັ້ນ, ໃນຄັ້ງຕໍ່ໄປຫາກຮູ້ສຶກຜິດຫວັງ ກັບສິ່ງຕ່າງໆ ທີ່ເຂົ້າມາໃນຊີວິດ ຈົນເກີດຄວາມທໍ້ ໃຫ້ຄິດເຖິງປະໂຫຍດເຫຼົ່ານີ້ ແລ້ວ ຈະມີກໍາລັງໃຈລຸກຂຶ້ນມາຕໍ່ສູ້ກັບມັນອີກຄັ້ງໜຶ່ງ.

1 ລອງສົນທະນາກັບເດັກນ້ອຍ ແລະ ຄົນເຖົ້າ ເພື່ອໃຫ້ເຂົ້າໃຈຊີວິດອີກຄັ້ງ: ບາງຄັ້ງເຮົາອາດມັກລືມບົດຮຽນ ທີ່ສຳຄັນໆ ໃນຊີວິດທີ່ສາມາດຊ່ວຍໃຫ້ເຮົາຜ່ານພົ້ນສະຖານະການຍາກລຳບາກໄດ້ ພຽງເປີດຮັບມຸມມອງໃໝ່ໆ ກໍ່ອາດເປັນສິ່ງໜຶ່ງ ທີ່ເຮັດໃຫ້ເຮົາຕອບສະໜອງ ຕໍ່ສະຖານະການຮອບຕົວ ທີ່ປ່ຽນໄປຢ່າງສິ້ນເຊີງແລ້ວ. ເມື່ອຄັ້ງຕໍ່ໄປຫາກພົບບັນຫາສາລະພັດ ໃຫ້ລອງສົນທະນາກັບເດັກ ຫຼື ຜູ້ສູງອາຍຸ ເພາະມັນອາດຈະຊ່ວຍໃຫ້ພົບທາງອອກ ແລະ ປ່ຽນມຸມມອງຕໍ່ຊີວິດໃໝ່ ກໍ່ເປັນໄດ້.

2 ລອງຈັບຊີບພະຈອນ ແລ້ວຄວນດີໃຈທີ່ມີຊີວິດຢູ່: ເມື່ອທຸກຢ່າງຜິດພາດໄປໝົດ ເຮົາມັກຈະລືມສິ່ງທີ່ມີຄຸນຄ່າຂອງສິ່ງທີ່ເຮົາມີຢູ່. ຈົ່ງຈື່ໄວ້ສະເໝີວ່າຖ້າຊີວິດພົບເຈີມໍລະສຸມຢ່າຟ້າສິ້ນຫວັງ ເພາະເຮົາຍັງມີໂອກາດທີ່ຈະເຮັດໃຫ້ມັນດີໄດ້ ເພາະເຮົາຍັງມີຊີວິດ ແລະ ລົມຫຼາຍໃຈ

3 ໃຫ້ຈື່ໄວ້ສະເໝີວ່າ ສະຖານະການປັດຈຸບັນ ບໍ່ແມ່ນຈຸດໝາຍສຸດທ້າຍຂອງຊີວິດ, ສິ່ງທີ່່ດີທີ່ສຸດຍັງມາບໍ່ຮອດ: ເພາະຊີວິດເຮົາບໍ່ແມ່ນຕົ້ນໄມ້ ເພາະາະນັ້ນ,ບໍ່ຄວນຢູ່ຈຸດເກົ່າ. ຫາກທຸກຢ່າງມັນບໍ່ໄດ້ເປັນຢ່າງທີ່ຫວັງ ທາງເລືອກທີ່ດີທີ່ສຸດກໍ່ຄື ການກ້າວຕໍ່ໄປ, ເປີດກວ້າງທັດສະນະຄະຕິໃໝ່ໃຫ້ຕົນເອງ ແລະ ກ້າວສູ່ບົດຮຽນໃໝ່ຂອງຊີວິດ

4 ເມື່ອສຸກໃຫ້ກ່າວຂອບໃຈ ແລະ ສະຫຼອງ, ພໍເຖິງຍາມທຸກ ຈົ່ງກ່າວຂອບໃຈ ແລະ ກ້າວເດີນທາງຂ້າງໜ້າ: ໂລກມະນຸດລ້ວນແຕ່ມີສິ່ງທີ່ກົງກັນຂ້າມ, ຫາກບໍ່ມີຄວາມມືດ ກໍ່ບໍ່ມີແສງສະຫວ່າງ. ແນ່ນອນຊີວິດບໍ່ໄດ້ມີແຕ່ເລື່ອງບໍ່ດີ, ແຕ່ເມື່ອມັນເກີດຂຶ້ນແລ້ວ ໃຫ້ກ່າວ “ຂອບໃຈ” ແລ້ວພິກວິກິດນັ້ນໃຫ້ເປັນໂອກາດ ໃນການກ້າວຕໍ່ໄປຂ້າງໜ້າ.

5 ບາງຄັ້ງທີ່ບໍ່ດີ ທີ່ເກີດຂຶ້ນໃນຊີວິດ ອາດເປັນຕົວນໍາທາງໄປສູ່ສິ່ງທີ່ດີທີ່ສຸດ: ຈົ່ງເບິ່ງໃຫ້ເຫັນຄວາມງາມ ໃນຊ່ວງເວລາທີ່ໂຫດຮ້າຍ ແລະ ຮັບຮູ້ວ່າຍັງມີສິ່ງທີ່ດີກວ່າຍັງຖ້າຢູ່ ໃຫ້ໃຊ້ປະສົບການທີ່ບໍ່ດີ ມາເປັນບົດຮຽນໃນການໃຊ້ຊີວິດ ແລະ ເປີດຮັບມຸມມອງໃໝ່ໆ

6 ພະຍາຍາມຫາສິ່ງດີໆ ໃນທຸກມື້ ເຖິງແມ່ນວ່າມັນຍາກພຽງໃດ: ຄວາມເປັນຈິງແລ້ວ ບໍ່ມີໃດຈະສວຍງາມດັ່ງທີ່ວາດຝັນໄວ້ດອກ, ຫາກວັນໜຶ່ງພົບເລື່ອງທ້າທາຍ ກໍ່ຈົ່ງໃຊ້ມັນປ່ຽນແປງເຮົາໄປໃນທາງທີ່ດີຂຶ້ນ.

7 ຊີວິດທີ່ສວຍງາມ ບໍ່ຈໍາເປັນຕ້ອງສົມບູນແບບ: ເຖິງແມ່ນວ່າຈະຜິດພາດໄປ ແຕ່ຂໍໃຫ້ຄິດເຖິງສິ່ງທີ່ມີຄ່າທີ່ສຸດສຳລັບສິ່ງທີ່ເຮົາມີຢູ່, ຖ້າຍັງມີລົມຫາຍໃຈ, ມີຄອບຄົວ ແລະ ໝູ່ເພື່ອນທີ່ໜ້າຮັກ ເທົ່ານີ້ກໍ່ພຽງພໍ ແລະ ຄົບຖ້ວນແລ້ວ

8 ໜຶ່ງການຕັດສິນໃຈ ສາມາດພິກຊີວິດເຮົາໄດ້: ຖ້າບໍ່ມັກກັບຊີວິດທີ່ເປັນຢູ່ ຈົ່ງຈື່ໄວ້ວ່າ: “ເຈົ້າສາມາດປ່ຽນມັນໄດ້ສະເໝີ” ທີ່ຈິງແລ້ວເຈົ້າມີທັງອິດທິພົນ ແລະ ຄວາມສາມາດໃນການຄວບຄຸມໃຊ້ຊີວິດໃຫ້ເປັນດັ່ງຝັນໄດ້ ເພາະສະນັ້ນ, ຢ່າໃຫ້ຄວາມເປັນຈິງເຮັດໃຫ້ເຈົ້າໝົດກຳລັງໃຈ ເຈົ້າສາມາດເອົາຊະນະມັນໄດ້ ດ້ວຍວິທີ່ຄິດ, ມຸມມອງ ແລະ ທັດສະນະຄະຕິດ້ານບວກຂອງຕົວເຮົາເອງ.

9 ບໍ່ວ່າຈະຮູ້ສຶກແນວໃດ ຈົ່ງລຸກຈາກບ່ອນນອນ ມຸ້ງສູ່ຈຸດໝາຍ ຢ່າຍອມແພ້: ຢ່າປ່ອຍໃຫ້ຊີວິດທຳລາຍດົນເກີນໄປ ພະຍາຍາມຮັກສາວິທີຄິດທີ່ດີ ແລະ ປ່ຽນວັນຮ້າຍໆໃຫ້ກາຍເປັນຄວາາມເຂັ້ມແຂງ ມັນຈະເຮັດໃຫ້ເຈົ້າສາມາດກ້າວໄປຂ້າງໜ້າ ແລະ ພ້ອມປ່ຽນແປງໄປສູ່ສິ່ງທີ່ດີຂຶ້ນ.

10 ເມື່ອໃດທີ່ຄຽດກັບຊີວິດ ໃຫ້ຈື່ໄວ້ວ່າ ທຸກຄົນຕ່າງກໍ່ດິ້ນຮົນຄືກັນ ເພາະບໍ່ມີໃຜຮູ້ກວ່າໃຜໃນເລື່ອງການໃຊ້ຊີວິດດອກ. ດັ່ງນັ້ນ, ຖ້າຫຼາຍໆຢ່າງຜິດພາດ ຈົ່ງຈື່ໄວ້ວ່າເຈົ້າບໍ່ໄດ້ມີຕົວຄົນດຽວ ເພາະເຮົາທຸກຄົນຕ່າງກໍ່ຢູ່ໃນເຮືອລຳດຽວກັນ.

11 ການຄິດຫຼາຍ ຈະເຮັດໃຫ້ອາລົມບໍ່ດີ ຈົ່ງຫາຍໃຈເຂົ້າເລີກໆ ແລ້ວປ່ອຍວາງເລື່ອງຮ້າຍໆຖິ້ມໄປ

ທີ່ມາ: sumrej.com