ກະຕໍ້ລາວ ຍາດ 2 ຫຼຽນທອງທໍາອິດໃຫ້ທັບນັກກີລາລາວ ໃນຊີເກມ 2019

160

ງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ວັນທີ 1 ທັນວາ 2019 ເປັນມື້ທໍາອິດຂອງການຊີງຫຼຽນປາກົດວ່າ: ເຈົ້າພາບມາແຮງສຸດໆກວາດໄປ 21 ຫຼຽນຄໍາ, 11 ຫຼຽນເງິນ ແລະ 5 ຫຼຽນທອງ, ສ່ວນ ສປປ ລາວ ຍາດໄດ້ 2 ຫຼຽນທອງ.

ເຊິ່ງ 2 ຫຼຽນທອງຂອງ ທີມຊາດລາວ ຍາດໄດ້ຈາກກີລາກະະຕໍ້ ລອດຮ່ວງ ປະເພດທີມຍິງ ແລະ ທີມຊາຍ, ສ່ວນມື້ອື່ນຈະມີການຊີງໄຊອີກຫຼາຍລຽນ

ສະຫຼຸບຕາຕະລາງສະຫຼຸບຫຼຽນປະຈໍາວັນທີ 1 ທັນວາ 2019 ເວລາ 20:30 ໂມງ ກໍຄືວັນທີ  ຟິລິບປິນ ເຈົ້າພາບ ມາແຮງຫຼາຍກວາດໄປ 21 ຫຼຽນຄໍາ, 11 ຫຼຽນເງິນ ແລະ 5 ຫຼຽນທອງ ອັນດັບ 2 ຫວຽດນາມ ມີ 6 ຫຼຽນຄໍາ, 13 ຫຼຽນເງິນ ແລະ 7 ຫຼຽນທອງ ສ່ວນອັນດັບອື່ນເບິ່ງຕາມຮູບ.