ຊົມເຊີຍ! ທີມຊາດລາວ ຊະນະໃນຊີເກມ 2019 ໄດ້ແລ້ວ ຈັດການປາບ ບຣູໄນ 3-0

184

ຫຼ້າສຸດມື້ນີ້ວັນທີ 1 ທັນວາ 2019 ທີມຊາດລາວ ລົງສະໜາມນັດທີ 3 ພົບກັບ ບຣູໄນ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ) ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ເອົາຊະນະໄປ 3-0​ ຈາການຍິງຂອງ ສຸກອາພອນ ວົງຈຽງຄໍາ 1 ປະຕູ ແລະ ບຸນພະຈັນ ບຸນກອງ 2 ປະຕູ.

ກ່ອນໜ້ານີ້ ນັດທໍາອີິດ ທີມຊາດລາວ ໃນຊີເກມ 2019 ນັດທຳອິດ ທີມຊາດລາວ ສະເຫມີ ທີມຊາດສິງກະໂປ 0-0, ນັດທີສອງ ທີມຊາດລາວ ເສຍໃຫ້ ຫວຽດນາມ 1-6 ເຮັດໃຫ້ມີ 1 ຄະແນນ ຈາກຜົນນັດຫຼ້າສຸດ ເຮັດໃຫ້ທີມຊາດລາວ ມີ 4 ຄະແນນຈາກ 3 ນັດຢູ່ອັນດັບ 4 ຂອງຕາຕະລາງກຸ່ມ B ຕາມຫຼັງ ຫວຽດນາມ ທີມນໍາ, ໄທ ແລະ ອິນໂດເນເຊຍ ມີທີ 6 ຄະແນນເທົ່າກັນ.

ສໍາລັບ ສະຖິຕິ ທີມຊາດລາວ ບໍ່ເຄີຍເສຍໃຫ້ກັບ ບຣູໄນ ຈັກຄັ້ງໃນຊີເກມ ໂດຍພົບກັນມາ 4 ນັດກ່ອນໜ້ານີ້ ໃນຊີເກມ ປາກົດວ່າ: ທີມຊາດລາວ ສະເໝີ 2-2 ໃນຊີເກມ 2011, ລາວ ຊະນະ 3-2 ໃນຊີເກມ 2013, ລາວ ຊະນະ 2-1 ໃນຊີເກມ 2015 ແລະ ລາວ ຊະນະ 3-0 ໃນຊີເກມ 2017.