ສະຖິຕິ ທີມຊາດລາວ ໃນຊີເກມ ບໍ່ເຄີຍເສຍໃຫ້ ບຣູໄນ ລຸ້ນຕໍ່ຕອນແລງມື້ນີ້ຈະເປັນແນວໃດ

129

ທີມຊາດລາວ ຈະລົງສະໜາມນັດທີ 3 ພົບກັບ ບຣູໄນ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ).

ຜົນງານ 2 ນົດທໍາອີິດ ທີມຊາດລາວ ໃນຊີເກມ 2019 ນັດທຳອິດ ທີມຊາດລາວ ສະເຫມີ ທີມຊາດສິງກະໂປ 0-0, ນັດທີສອງ ທີມຊາດລາວ ເສຍໃຫ້ ຫວຽດນາມ 1-6 ເຮັດໃຫ້ມີ 1 ຄະແນນ ຢູ່ອັນດັບ 5 ຂອງກຸ່ມ ສ່ວນ ບຣູໄນ ນັດທຳອິດ ເສຍໃຫ້ ຫວຽດນາມ 0-6, ນັດທີສອງ ເສຍໃຫ້ ໄທ 0-7 ບໍ່ມີຈັກຄະແນນ ຢູ່ອັນດັບ 6 ກຸ່ມບີ.

ສໍາລັບ ສະຖິຕິ ທີມຊາດລາວ ບໍ່ເຄີຍເສຍໃຫ້ກັບ ບຣູໄນ ຈັກຄັ້ງໃນຊີເກມ ໂດຍພົບກັນມາ 4 ນັດໃນຊີເກມ ປາກົດວ່າ: ທີມຊາດລາວ ສະເໝີ 2-2 ໃນຊີເກມ 2011, ລາວ ຊະນະ 3-2 ໃນຊີເກມ 2013, ລາວ ຊະນະ 2-1 ໃນຊີເກມ 2015 ແລະ ນັດຫຼ້າສຸດ ລາວ ຊະນະ 3-0 ໃນຊີເກມ 2017.