Monthly Archives: November, 2019

ທ່ຽວຜົ້ງສາລີ ດິນແດນເໜືອສຸດຂອງປະເທດ ສຳຜັດວິຖີຊີວິດ ຊີມຊາ ຊົມທະເລໝອກ

ແຂວງຜົ້ງສາລີ ຕັ້ງຢູ່ພາກເໜືອສຸດຂອງປະເທດເຮົາ, ມີເນື້ອ 16.270 ກິໂລຕາແມັດ, ທິດຕາເວັນອອກມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ທິດຕາເວັນອອກສ່ຽງເໜືອຕິດກັບ ສປ ຈີນ, ປະກອບມີ 7 ເມືອງ ຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງບຸນໃຕ້ ແລະ ເມືອງຍອດອູ;...

ຫຼັງຂຶ້ນອາກອນທຸລະກິດຮ້ານຄ້າໃນຍີ່ປຸ່ນງຽບເຫງົາ

ໃນເດືອນ ຕຸລາທີ່ຜ່ານມາ,ຍອດຄ້າຂາຍຍ່ອຍຂອງຍີ່ປຸ່ນຕົກຕໍ່າລົງຢ່າງໜັກນັບຕັ້ງແຕ່ເດືອນ ມີນາປີ2015ເປັນຕົ້ນມາຫຼັງຈາກລັດຖະບານຂຶ້ນອາກອນຈາກ8%ເປັນ10%ເມື່ອຕົ້ນເດືອນຕຸລາເຮັດໃຫ້ປະຊາຊົນໃຊ້ຈ່າຍໜ້ອຍ. ກະຊວງອຸດສາຫະກໍາ ແລະ ການຄ້າຍີ່ປຸ່ນລາຍງານວ່າ:ຍອດຄ້າຂາຍຍ່ອຍເດືອນ ຕຸລາຫຼຸດລົງ7,1%ຈາກເດືອນດຽວກັນຂອງປີກ່ອນຫຼາຍທີ່ສຸດນັບຈາກເດືອນ ມີນາປີ2015ທີ່ຫຼຸດລົງ9,7% ແລະ ຫຼາຍກວ່າທີ່ນັກເສດຖະສາດຄາດຄະເນວ່າຈະຫຼຸດລົງ4,4%ສາເຫດເນື່ອງຈາກຄວາມຕ້ອງການຊື້ສິນຄ້າເຊັ່ນລົດ,ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫຼຸດລົງ. ນັກວິໄຈຈາກສະຖາບັນວິໄຈ ເອັນແອວໄອຊີໃຫ້ຮູ້ວ່າ:ລາຍໄດ້ທີ່ບໍ່ເພີ່ມຂຶ້ນເຮັດໃຫ້ການບໍລິໂພກຫຼຸດໜ້ອຍຖອຍລົງຕັ້ງແຕ່ຍັງບໍ່ຂຶ້ນອາກອນ. ຂະນະທີ່ນັກເສດຖະສາດຂອງແຄປິຕອນອີໂຄໂນມິກລະບຸວ່າຍອດຄ້າຂາຍຍ່ອຍຫຼັງຂຶຶ້ນອາກອນຮອບຫຼ້າສຸດຫຼຸດລົງຫຼາຍກວ່າເມື່ອຄັ້ງທີ່ລັດຖະບານຂຶ້ນອາກອນສອງຄັ້ງກ່ອນໂດຍຫຼຸດລົງ14,4%ຈາກເດືອນກ່ອນໜ້ານັ້ນເມື່ອປຽບທຽບກັບການຂຶ້ນອາກອນຈາກ3%ເປັນ5%ໃນເດືອນ ເມສາປີ1997  ແລະ ຈາກ5%ເປັນ8%ໃນເດືອນ ເມສາປີ2014ທີ່ຫຼຸດລົງ13,7%ຈາກເດືອນກ່ອນໜ້ານັ້ນ.

ຊີເກມ 2019 ປາກຽວ ຮັບບົດບາດຈູດໄຟເປີດການທາງການເສົານີ້, ທັບນັກກີລາລາວ ພ້ອມລຸຍ

ງານມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ຈະມີພິທີເປີດການແຂ່ງຂັນຂຶ້ນຢ່າງເປັນທາງການໃນວັນເສົາທີ 30 ພະຈິກ 2019 ທີ່ສະໜາມ ຟິລິປິນ ອາຣີນາ ບັນຈຸໄດ້ 55.000 ທີ່ນັ່ງ ຄາດຈະມີຫຼາຍສິ່ງທີ່ໜ້າຈັບຕາ ໂດຍສະເພາະ ແມນນີ ປາກຽວ ນັກມວຍເບີ 1 ຂອງ ຟິລິບ ຈະຮັບໜ້າທີ່ເປັນຄົນຈູດໄຟເປີດການແຂ່ງຂັນຢ່າງເປັນທາງການ,...

ຊິວເວີ ນາກາ ວັງວຽງ ທີ່ພັກທີ່ຈະຊ່ວຍຕື່ມເຕັມວັນພັກຜ່ອນທ່ອງທ່ຽວ

ວັງວຽງ ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ສໍາຄັນ, ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍເດີນທາງມາສໍາຜັດກິ່ນອາຍຄວາມງາມຂອງທໍາມະຊາດແຫ່ງນີ້. ດ້ວຍຄວາມເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ເກີດຂຶ້ນຢ່າງຫຼວງຫຼາຍ ໜຶ່ງໃນນັ້ນຄືໂຮງແຮມ ຊິວເວີ ນາກາ ວັງວຽງ ( Silver Naga vangvieng ) ໄດ້ຖືກປຸກສ້າງຂຶ້ນຕັ້ງເດັ່ນສະຫງ່າໃຈກາງເມືອງຕິດແຄມສາຍນໍ້າຊອງ, ມີວິວພູເຂົາອັນງົດງາມຂອງເມືອງວັງວຽງ ດ້ານຕາເວັນຕົກເປັນມົນສະເໜ່. ທ່ານ ສົມພັນ ສີສຸລາດ ເຈົ້າຂອງໂຮງແຮມ...

ການນຳແຂວງອັດຕະປື ຮ່ວມວາງພວງມາລາລະນຶກວັນສຳຄັນຂອງຊາດ 2 ທັນວາ

ເພື່ອລະນຶກເຖິງມູນເຊື້ອຄວາມອົງອາດກ້າຫານ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດປົດປ່ອຍປະເທດຊາດ, ຍອມເສຍສະຫຼະເລືອດເນື້ອເພື່ອປົດປ່ອຍຕົນເອງ, ປະເທດຊາດ ແລະ ປະຊາຊົນ ອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາຄວາມເປັນອິດສະພາບ, ເປັນເຈົ້າຕົນເອງ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາຕົນເອງຂຶ້ນເປັນ ສາທາລະນະລັດ, ປະຊາທິປະໄຕ, ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ. ສະນັ້ນ,...

3 ພາກສ່ວນ ສືບຕໍ່ຜັນຂະຫຍາຍໂຄງການສຸຂະພາບດີໃນໂຮງຮຽນ

ກະຊວງສຶກສາທິການ ແລະ ກີລາ ກັບອົງການ SEAMEO INNOTECH ແລະ ອົງການ ຈີໄອແຊັດ ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມສຸຂະພາບດີ ໄລຍະທີ 3 ຢູ່ ສປປ ລາວ ໃຫ້ມີ ຄວາມເຂັ້ມແຂງຂຶ້ນໃນວັນທີ 25 ພະຈິກ 2019 ທີ່ຫ້ອງປະຊຸມກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ...

ກົດໝາຍວ່າດ້ວຍຮູບເງົາ ຈະສົ່ງເສີມນັກສ້າງຮູບເງົາຫຼາຍຂຶ້ນ

ກົດໝາຍວ່າດ້ວຍຮູບເງົາ ຈະສາມາດຕອບສະໜອງໄດ້ກັບການປ່ຽນແປງໃໝ່ຂອງໂລກດ້ານຮູບເງົາ ແລະ ຂໍ້ມູນ - ຂ່າວສານໃນຍຸກແຫ່ງການເຊື່ອມໂຍງສາກົນ ແລະ ສົ່ງເສີມໃຫ້ນັກສ້າງຮູບເງົາທັງພາຍໃນ ແລະ ຕ່າງປະເທດຜະລິດຮູບເງົາຢູ່ລາວຫຼາຍຂຶ້ນ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ພະຈິກ 2019 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ...

ມາເບິ່ງອັນດັບໂລກ ທີມຊາດລາວ ປະຈໍາເດືອນພະຈິກ 2019

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກຂອງທີມຊາດບານເຕະ ປະຈໍາເດືອນພະຈິກ 2019 ຕາມການປະກາດໃນວັນທີ 28 ພະຈິກ 2019 ໂດຍອັນດັບ 1 – 5 ຍັງຄົງທີ່ບໍ່ມີການແຂ່ງຂັນນໍາ ທີມຊາດແບນຊິກ, ຟຣັ່ງ, ບຣາຊິນ, ອັງກິດ ແລະ ອູຣູກວາຍ, ສ່ວນທີມຊາດລາວ ຢູ່ອັນດັບທີ...

ສ້າງສິນຄ້າກະສິກໍາອິນຊີ ໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ

ປັດຈຸບັນຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການບໍລິໂພກຜົນຜະລິດກະສິກໍາອິນຊີທີ່ມີຄຸນນະພາບ, ມີ ຄວາມປອດໄພ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ. ດັ່ງນັ້ນ, ຕ້ອງຫັນປ່ຽນຮູບແບບການຜະລິດເຂົ້າສູ່ລະບົບມາດຕະຖານເພື່ອຮອງຮັບທ່າອ່ຽງຂອງສັງຄົມ ໃຫ້ສາມາດເຊື່ອມໂຍງພ້ອມແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາກະສິກໍາອິນຊີລາວ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ ການພັດທະນາແບບສີຂຽວ, ຍຸດທະສາດແຫ່ງຊາດ ແລະ ຄວາມສາມາດການແຂ່ງຂັນໃນລະດັບສາກົນ ” ຈັດຂຶ້ນໃນວັນທີ 28...

ງານວາງສະແດງສິນຄ້າກະສິກໍາອິນຊີ ມີ 58 ຫົວໜ່ວຍເຂົ້າຮ່ວມ

ງານວາງສະແດງສິນຄ້າກະສິກໍາອິນຊີ ຈັດຂຶ້ນໃນລະຫວ່າງວັນທີ 28 - 29 ພະຈິກ 2019 ຢູ່ເດີ່ນອະນຸສາວະລີເຈົ້າຟ້າງຸ່ມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຜູ້ປະກອບການເຂົ້າຮ່ວມທັງໝົດ 58 ຫົວໜ່ວຍ ໂດຍການເປັນປະທານເປີດງານຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ແລະ...
- Advertisment -
Slide
Slide

Most Read

error: Content is protected !!