ສົ່ງເສີມສິນຄ້າພາຍໃນ! ລັດຖະບານ ເປີດຕະຫຼາດນັດກະສິກຳອິນຊີ ກະຕຸ້ນຍອດຂາຍ

168

ເພື່ອສົ່ງເສີມສິນຄ້າພາຍໃນ ໃຫ້ສາມາດຕອບສະໜອງກຸ່ມຜູ້ບໍລິໂພກໄດ້, ທັງເປັນການຫຼຸດຜ່ອນການນຳເຂົ້າຄ້າຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມປະຊາຊົນພາຍໃນຜະລິດກະສິກຳເປັນສິນຄ້າ ແລະ ຫັນມາຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນ ເພື່ອຮັບຮູ້ໄດ້ຜົນການຜະລິດ ທີ່ສາມາດຜະລິດ ແລະ ສະໜອງຢູ່ພາຍໃນໄດ້.

ໃນຕອນເຊົ້າວັນທີ 30 ພະຈິກ 2019 ນີ້, ທີ່ເດີ່ນສູນການຄ້າລາວ-ໄອເຕັກ ໄດ້ມີພິທີເປີດງານຕະຫຼາດນັດຜົນຜະລິດກະສິກຳ, ສິນຄ້າໂອດ໊ອບ ຂອງຄອບຄົວຕົວແບບ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພວງປະຣິສັກ, ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້,ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ຈຸດປະສົງຂອງການຈັດງານຕະຫຼາດນັດໃນຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ໃນການສົ່ງເສີມຜະລິດຕະພັນພາຍໃນ, ເພື່ອເປັນການສ້າງຂະບວນການ ປູກຈິດສຳນຶກໃຫ້ປະຊາຊົນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ ໃຫ້ຫັນມາຊົມໃຊ້ສິນຄ້າທີ່ຄົນລາວຜະລິດພາຍໃນປະເທດຫຼາຍຂຶ້ນເວົ້າລວມ, ເວົ້າສະເພາະ, ກໍ່ເພື່ອສົ່ງເສີມການຜະລິດພາຍໃນໃຫ້ມີບ່ອນຈຳໜ່າຍ, ສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນ ເພື່ອຮັບຮູ້ໄດ້ຜົນການຜະລິດ ທີ່ສາມາດຜະລິດ ແລະ ສະໜອງຢູ່ພາຍໃນໄດ້.

ທັງນີ້, ຍັງເປັນການຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ. ພ້ອມທັງກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຟົດຟື້ນອີກດ້ວຍ.
ສຳລັບສິນຄ້າ ທີ່ນຳມາວາງສະແດງພາຍໃນງານຈະປະກອບມີ ກະສິກຳພືດຜັກ, ເປັນຕົ້ນແມ່ນຜັກອີນຊີ, ສິນຄ້າໂອດ໋ອບ, ສິນຄ້າອຸດສາຫະກຳປຸງແຕ່ງ ແລະ ສິນຄ້າຄອບຄົວຕົວແບບທີ່ມາຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ທັງໝົດຫຼາຍກວ່າ 300 ຫົວໜ່ວຍທຸລະກິດ.

ສະນັ້ນ, ຂໍເຊີນຊວນພໍ່ແມ່ປະຊາຊົນຮ່ວມຊົມ ແລະ ຮ່ວມຊື້ສິນຄ້າພາຍງານຕະຫຼາດນັດຜົນຜະລິດກະສິກຳ, ສິນຄ້າໂອດ໊ອບ, ຄອບຄົວຕົວແບບ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ເຊິ່ງຈະດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 30 ພະຈິກ ຫາ ວັນທີ 1 ທັນວາ 2019 ນີ້ ເດີ່ນສູນການຄ້າລາວ-ໄອເຕັກ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.