ສາວເມືອງລະມາມ ໝາຍເລກ ML11 ແສງມະນີ ພູວັນໂນ ຜູ້ເຂົ້າປະກວດນາງສາວລາວ 2019

122

ກໍາລັງຄຶກຄື້ນສໍາລັບກອງປະກວດ ນາງສາວລາວ 2019 ມື້ນີ້ຂໍແນະນໍາອີກໜຶ່ງສາວງາມໝາຍເລກ ML1 1ແສງມະນີ ພູວັນໂນ ຕົວແທນແຂວງເຊກອງ

ແສງມະນີ ພູວັນໂນ BaBie Phouvanno ອາຍຸ 24ປີ  ຢູ່ບ້ານວັດຫຼວງ ເມືອງ ລະມາມ ແຂວງເຊກອງ ເຮັດວຽກຢູ່ທີ່ ປກສ ແຂວງ

ສູງ167ຊັງຕີແມັດ ສັດສ່ວນ30-24-34

ປັດຈຸບັນຈັບການສຶກສາ ຢູ່ຄະນະນິຕິສາດ-ລັດຖະສາດ ພາກວິຊາ ນິຕິສາດ ມະຫາວິທະຍາໄລຈໍາປາສັກ

ເຫດຜົນທີ່ມາປະກວດແມ່ນມີຄວາມໄຝ່ຝັນຢາກມາປະກວດເວທີນີ້ແຕ່ດົນແລ້ວ ພວມມີໂອກາດ ແລະ ຄິດວ່ານ້ອງພ້ອມເປັນເວລາທີ່ເໝາະສົມ ແລ້ວທີ່ສໍາຄັນແມ່ນຢາກມາຫາປະສົບການ ຮຽນຮູ້ ແລະ ແລກປ່ຽນຮີດຄອງປະເພນີວັດທະນະທໍາແຕ່ລະແຂວງກັບໝູ່ເພື່ອນທີ່ມາປະກວດນໍາກັນເຊິ່ງມີຄົບທຸກແຂວງທົ່ວປະເທດ

.

ເຄັດລັບໃນການຮັກສາສຸຂະພາບ  ແມ່ນກິນອາຫານໃຫ້ຄົບ 5 ໝູ່ ອອກກຳລັງກາຍທິດລະ 3 ຄັ້ງ ແລະ ພັກຜ່ອນໃຫ້ພຽງພໍໂດຍການນອນໃຫ້ຄົບ8ຊົ່ວໂມງຕໍ່ມື້

.

ຄວາມສາມາດທີ່ມີ ແມ່ນການຟ້ອນ

ເປົ້າໝາຍໃນຊີວິດແມ່ນຢາກປະຕິບັດໜ້າທີ່ຮັບໃຊ້ຊາດຮັບໃຊ້ສັງຄົມ ຢາກປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອເດັກນ້ອຍທີ່ທຸກຍາກ ຂາດເຂີນໂດຍສະເພາະເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ