ຮູ້ໄວ້ຊ່ວຍໄດ້! 8 ສັນຍານເຕືອນ ອາການໂຣກຊືມເສົ້າ

112

ໂຣກຊືມເສົ້າ ຖືວ່າເປັນອີກໂຣກຊະນິດໜຶ່ງທີ່ພົບເຫັນຫຼາຍໃນປັດຈຸບັນ ແລະ ຂ້ອນຂ້າງຮ້າຍແຮງພໍສົມຄວນ ຫາກບໍ່ໄດ້ຮັບການປິ່ນປົວໃນໄລຍະທຳອິດ. ດັ່ງນັ້ນ, ຫຼາຍໆທ່ານອາດສົງໃສຢູ່ແມ່ນບໍວ່າ ໂຣກຊືມເສົ້ານີ້ ມັນມີອາການຄືແນວໃດແດ່? ສະນັ້ນ, ມື້ນີ້ ແອັດມິນ ກໍ່ໄດ້ລວບລວມເອົາ 8 ອາການ ທີ່ບົ່ງບອກວ່ານີ້ແມ່ນສັນຍານເຕືອນວ່າ ກຳລັງເປັນໂຣກຊືມເສົ້າດັ່ງນີ້:


ຫງຸດຫງິດງ່າຍ, ມີອາລົມຮຸນແຮງເປັນປະຈຳ
ມັກຢູ່ຄົນດຽວ ບໍ່ຄ່ອຍເຂົ້າກັບສັງຄົມ
ມີຄວາມຮູ້ສຶກທໍ້ແທ້ ຢູ່ຕະຫຼອດເວລາ, ມີອາການມັກໂທດຕົວເອງຢູ່ເລື້ອຍໆ
ຮູ້ສຶກອ່ອນເພຍຢູ່ຕະຫຼອດ


ຂາດຄວາມສົນໃຈ ໃນການເຮັດກິດຈະກຳຕ່າງໆ
ຂາດສາມະທິໃນການເຮັດສິ່ງຕ່າງໆ
ເບື່ອອາຫານ ຫຼື ອາດຈະກິນອາຫານຫຼາຍກວ່າເກົ່າ
ມີຄວາມຮູ້ສຶກ ບໍ່ຢາກມີຊີວິດຢູ່ຕໍ່ໄປ


ຢ່າງໃດກໍ່ຕາມນີ້ເປັນພຽງອາການໃນເບື້ອງຕົ້ນເທົ່ານັ້ນ ກ່ຽວກັບໂຣກຊຶມເສົ້າ. ຫາກທ່ານໃດ ພົບເຫັນຄົນອ້ອມຂ້າງມີອາການໜ້າສົງໄສເຫຼົ່ານີ້ ກໍ່ຄວນແນະນຳໃຫ້ເຂົ້າປຶກສາແພດ ເພື່ອປິ່ນປົວຢ່າງຈິງຈັງ ແລະ ຄອຍໃຫ້ກຳລັງໃຈກັນຢູ່ສະເໝີ. ຍິ່ງໃນປັດຈຸບັນນີ້ ຖືໄດ້ວ່າ ເປັນຊ່ວງທີ່ຜູ້ປ່ວຍໂຣກຊືມເສົ້າເພີ່ມຂຶ້ນຫຼາຍ. ສະນັ້ນ, ຂໍໃຫ້ທຸກໆຄົນຕ້ອງຊ່ວຍກັນເປັນຫູເປັນຕາ ແລະ ຊ່ວຍກັນແກ້ໄຂ ກ່ອນທີ່ທຸກຢ່າງຈະສາຍເກີນແກ້.