ການນຳແຂວງອັດຕະປື ຮ່ວມວາງພວງມາລາລະນຶກວັນສຳຄັນຂອງຊາດ 2 ທັນວາ

192

ເພື່ອລະນຶກເຖິງມູນເຊື້ອຄວາມອົງອາດກ້າຫານ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດປົດປ່ອຍປະເທດຊາດ, ຍອມເສຍສະຫຼະເລືອດເນື້ອເພື່ອປົດປ່ອຍຕົນເອງ, ປະເທດຊາດ ແລະ ປະຊາຊົນ ອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາຄວາມເປັນອິດສະພາບ, ເປັນເຈົ້າຕົນເອງ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາຕົນເອງຂຶ້ນເປັນ ສາທາລະນະລັດ, ປະຊາທິປະໄຕ, ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.

ສະນັ້ນ, ເພື່ອລະນຶກເຖິງມູນເຊື້ອອັນພິລະອາດຫານ ແລະ ຄຸນງາມຄວາມດີຂອງບັນພະບູລຸດລາວ ບັນດາການນຳໃນຂອບເຂດທົ່ວປະເທດ ທຸກໆປີແມ່ນໄດ້ຈັດຕັ້ງກັນໄປວາງວາງພວງມາລາ ເພື່ອສະແດງຄວາມຄວາມຈົງຮັກພັກດີ ຕໍ່ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ຄືການນໍາປະຕິວັດໃນລຸ້ນກ່ອນໆ.

ສ່ວນແຂວງອັດຕະປື ແມ່ນໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2019 ນີ້, ເຊິ່ງມີພະນັກງານຫຼັກແຫຼ່ງທົ່ວແຂວງ ເຊິ່ງນຳໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື ພ້ອມກັນວາງພວງມາລາຢູ່ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ, ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີສຳພັນສູ້ຮົບ ລາວ-ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ເພື່ອສະເເດງເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍ່ຄື ບັນດານັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ.

ພ້ອມນັ້ນ, ກໍ່ຍັງມີການລະນຶກເຖິງ ຄຸນງາມຄວາມດີຂອງນັບຮົບອະດີດທະຫານອາສາສະໝັກ ຫວຽດນາມ, ນັກຮົບວິລະຊົນປະຕິວັດຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ, ເພື່ອປະຊາຊົນ ໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ອະທິປະໄຕ ມາສູ່ປະຊາຊົນລາວບັນດາເຜົ່າ ໂດຍພາຍໃຕ້ການຊີ້ນໍານຳພາຂອງພັກ ປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດ ເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຄຸນງາມຄວາມດີເຫຼົ່ານັ້ນ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ແລະ ຄວາມຊົງຈຳຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ບໍ່ມີວັນຫລົງລືມໄດ້ ເຊິ່ງຄວາມພິລະອາດຫານເດັດດ່ຽວໜຽວແໜ້ນ ຂອງນັກຮົບວິລະຊົນແມ່ນສິ່ງທີ່ຄົນຮຸ່ນຫຼັງ ຕ້ອງໄດ້ສຶກສາຄົ້ນຄວ້າ ຮ່ຳຮຽນຄຸນສົມບັດສິນທຳປະຕິວັດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາສືບຕໍ່ໄປ.