ມາເບິ່ງອັນດັບໂລກ ທີມຊາດລາວ ປະຈໍາເດືອນພະຈິກ 2019

117

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກຂອງທີມຊາດບານເຕະ ປະຈໍາເດືອນພະຈິກ 2019 ຕາມການປະກາດໃນວັນທີ 28 ພະຈິກ 2019 ໂດຍອັນດັບ 1 – 5 ຍັງຄົງທີ່ບໍ່ມີການແຂ່ງຂັນນໍາ ທີມຊາດແບນຊິກ, ຟຣັ່ງ, ບຣາຊິນ, ອັງກິດ ແລະ ອູຣູກວາຍ, ສ່ວນທີມຊາດລາວ ຢູ່ອັນດັບທີ 188 ຄືເກົ່າ.

ຂະນະທີ່ ອັນດັບທີ່ມີການປ່ຽນແປງແມ່ນອັນດັບໂລກໃນພາກພື້ນອາຊີ ທີມຊາດຍີ່ປຸ່ນ ແຊງທີມຊາດອີຣານ ທີ່ຄອງຕໍາແໜ່ງດັ່ງກ່າວມາຢ່າງຍາວນານ ຂຶ້ນມາອັນດັບ 1 ຂອງອາຊີ ເຖິງວ່າອັນດັບໂລກຂອງ ຍີ່ປຸ່ນ ຈະຄົງທີ່ອັນດັບທີ 28 ຂອງໂລກ, ແຕ່ຜົນງານຂອງ ອີຣານ ໃນບານໂລກ 2022 ຮອບຄັດເລືອກເສຍໃຫ້ ບາເຣນ 0-1 ແລະ ເສຍໃຫ້ ອິຣັກ 1-2 ເຮັດໃຫ້ຕົກລົງເຖິງ 6 ອັນດັບ.

ສ່ວນອັນດັບໂລກຂອງ ອາຊຽນ ອັນດັບ 1 ເປັນຂອງ ຫວຽດນາມ ( 94 ຂອງໂລກ ), ອັນດັບ 2 ໄທ ( 113 ຂອງໂລກ ), ອັນດັບ 3 ຟິລິບປິນ ( 124 ຂອງໂລກ ), ອັນດັບ 4 ມຽນມາ, ອັນດັບ 5 ມາເລເຊຍ, ອັນດັບ 6 ສິງກະໂປ, ອັນດັບ 7 ອິນໂດເນເຊຍ, ອັນດັບ 8 ກໍາປູເຈຍ, ອັນດັບ 9 ລາວ, ອັນດັບ 10 ບຣູໄນ ແລະ ອັນດັບ 11 ຕີມໍ.

ສໍາລັບ ທີມຊາດລາວ ຊຸດໃຫຍ່ ບໍ່ມີລາຍການແຂ່ງຂັນໃນປີນີ້ ຢູ່ອັນດັບທີ 188 ຂອງໂລກຄືເກົ່າ, ຢູ່ອັນດັບທີ 37 ຂອງອາຊີ ແລະ ຢູ່ອັນດັບທີ 9 ຂອງອາຊຽນ ຈາກການມີຄະແນນລວມ 912.