ໝາກເຫຼ່ນຍັດໄສ້

235

ໝາກເຫຼ່ນມີເບຕ້າແຄໂຣທີນສູງ ທີ່ຊ່ວຍໃນການຕໍ່ຕ້ານມະເຮັງ ແລະ ຍັງມີວິຕາມິນ C ຫຼາຍເຊັ່ນດຽວກັນເພື່ອຊ່ວຍປ້ອງກັນເລືອດອອກຕາມແຂ້ວ. ນອກຈາກນີ້, ຍັງເຮັດໃຫ້ເກີດຄວາມສົດຊື່ນ, ແກ້ຫິວນ້ຳ, ເຮັດໃຫ້ຜິວຜ່ອງໃສ, ຊ່ວຍການຍ່ອຍອາຫານໄດ້ດີຂຶ້ນ ແລະ ຊ່ວຍຟອກເລືອດ.

ສ່ວນປະສົມ: ໝາກເຫຼ່ນໃຫຍ່ 3 ໜ່ວຍ, ໝູບົດ 1 ຖ້ວຍນ້ອຍ, ຫົວຜັກບົ່ວແດງສັບລະອຽດ 1 ບ່ວງແກງ, ກະທຽມສັບລະອຽດ 1 ບ່ວງແກງ, ນ້ຳມັນໝາກກອກ 1/2 ບ່ວງແກງ, ນົມສົດ 1 ບ່ວງແກງ, ເກືອ 1/2 ບ່ວງກາເຟ, ພິກໄທ 1 ບ່ວງກາເຟ, Parmesan Cheese 1 ບ່ວງແກງ, ຜັກຫອມປ້ອມ ຫຼື ໝາກເຜັດແດງຊອຍນ້ອຍໆໄວ້ແຕ່ງໜ້າ.

ວິທີປຸງແຕ່ງ:

ລ້າງໝາກເຫຼ່ນໃຫ້ສະອາດແລ້ວປາດຫົວອອກໜ້ອຍໜຶ່ງ ຫຼື ປາດພໍເອົາບ່ວງຄວັດແກ່ນອອກມາໄດ້. ຈາກນັ້ນ,ປະສົມໝູໄວ້ຍັດໄສ້ ໂດຍເອົາໝູບົດໃສ່ຊາມພ້ອມກັບຫົວຜັກບົ່ວແດງ, ກະທຽມ, ນ້ຳມັນໝາກກອກ, ນົມສົດ, ເກືອ, ພິກໄທ ແລະ Parmesan Cheese ຄົນໃຫ້ສ່ວນປະກອບເຂົ້າກັນດີ.

ຫຼັງຈາກນັ້ນ, ເອົາມາຍັດໃສ່ໝາກເຫຼ່ນໃຫ້ມັນລົ້ນຂຶ້ນມາໜ້ອຍໜຶ່ງ ແລ້ວນຳເຂົ້າໄປໃສ່ເຕົາອົບດ້ວຍຄວາມຮ້ອນ 225 ອົງສາ ປະມານ 20 – 25 ນາທີ ( ເວລາຈະເອົາເຂົ້າອົບໃຫ້ໂຮຍເກືອໃສ່ໝາກເຫຼ່ນໜ້ອຍໜຶ່ງ ເພາະມັນຈະຊ່ວຍບໍ່ໃຫ້ໝາກເຫຼ່ນຕິດຖາດ ແລະ ຍັງຊ່ວຍໃຫ້ມີລົດຊາດທີ່ແຊບຂຶ້ນນຳ ).

ພໍສຸກແລ້ວກໍເອົາໃສ່ຈານຕັກຊ໋ອດໝາກເຫຼ່ນໃສ່ທາງໜ້າ ແລະ ເອົາຜັກຫອມປ້ອມ ຫຼື ໝາກເຜັດແຕ່ງໜ້າໜ້ອຍໜຶ່ງຈະເສີບພ້ອມກັບເຂົ້າຈີ່ປີ້ງ ຫຼື ເຂົ້າຈ້າວກໍໄດ້ຕາມໃຈມັກ.

( ຂໍ້ມູນຈາກ: lifelove.com )

( ຮຽບຮຽງ: ນຸ້ມນິ້ມ )