ໜຸ່ມ ບຸນມີ ຜູ້ຢູ່ເບື້ອງຫຼັງຊຸດປະຈໍາຊາດ Mister Supranational Laos

68

ໃກ້ເຂົ້າມາທຸກມື້ກັບການປະກວດ Mister Supranational 2019 ທີ່ປະເທດໂປໂລຍ ໂດຍຕົວແທນຈາກປະເທດລາວແມ່ນ ທ້າວ ສິງຄໍາ ພົມມະສອນ Mister Supranational Laos 2019 ແລະ ເລີ່ມເກັບຕົວແຕ່ວັນທີ 25 ພະຈິກ 2019 ຈົນຮອດມື້ຊີງຊະນະເລີດ ວັນທີ 7 ທັນວາ 2019 ເຊິ່ງມາພ້ອມຊຸດປະຈໍາຊາດ “ ສີໂຄດຕະບອງ of laos ”.

ທ້າວ ບຸນມີ ບົວແກ້ວ ຜູ້ອອກແບບຊຸດປະຈໍາຊາດ Mister Supranational Laos 2019 ອາຍຸ 21 ປີ ໃຫ້ສໍາພາດວ່າ: ສຳລັບການອອກແບບໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ໃນການຕັດຫຍິບຈາກຫ້ອງເສື້ອປານເທບ ແລະ ຜູ້ສະໜັບສະໜູນການອອກແບບແມ່ນ Ponsinh Toto Bout-kaska ( ອ້າຍ ໂຕໂຕ້ ) ດ້ວຍການອອກແບບໃນຜົນງານຜ່ານໆມາຜູ້ໃຫຍ່ທີ່ເຫັນເຖິງຄວາມຕັ້ງໃຈເຮັດ ຈຶ່ງໄດ້ຮັບໂອກາດດີໆແບບນີ້ໃນການສະແດງຜົນງານການອອກແບບຊຸດຕໍ່ໆໄປ.

ແຮງບັນດານໃຈໃນການອອກແບບຊຸດປະຈໍາຊາດ “ ສີໂຄດຕະບອງ of laos ” ແມ່ນໄດ້ມາຈາກ ພະຍາ ສີໂຄດຕະບອງ ອີກໜຶ່ງໃນຕຳນານທີ່ມີປະຫວັດຄວາມເປັນມາທີ່ສູ້ຊົນ ແລະ ອາດຫານຂອງຊາດລາວ. ຈຸດເດັ່ນຂອງຊຸດກໍຄືຕະບອງ ທີ່ໃຊ້ໃນການປະກອບຊຸດເປັນອາວຸດທີ່ສະແດງເຖິງຄວາມກ້າຫານ, ສິ່ງທີ່ແປກໃໝ່ຈາກຊຸດທີ່ເຄີຍອອກແບບທີ່ຜ່ານມາຄືຊຸດນີ້ໄດ້ສື່ເຖິງຄວາມຊື່ສັດ, ບໍລິສຸດ.

ສາມາດຕິດຕາມຜົນງານຕໍ່ໆໄປໄດ້ທາງເຟສບຸ໊ກສ່ວນຕົວ ບຸນມີ ບົວແກ້ວ ພ້ອມທັງຮ່ວມສົ່ງແຮງເຊຍ ແລະ ເປັນກໍາລັງໃຈໃຫ້ໜຸ່ມ ສິງຄໍາ ພົມມະສອນ ໃນວັນທີ 7 ທັນວາ 2019 ໃນຊ່ອງທາງແຟນ   ເພຈ໌ Mister Supranational 2019 ແລະ Mister Supranational Laos 2019.

( ຂ່າວ: ນຸ້ມນິ້ມ )

( ຮູບ: ບຸນມີ ແລະ Mister Supranational Laos )