ໄປທ່ຽວຕາດເຍືອງ ຊົມຄວາມງາມທຳມະຊາດ ນອນຄ້າງຄືນເບິ່ງເດືອນດາວ

236

ສະບາຍດີ! ທ້າຍອາທິດນີ້ແມ່ນວັນພັກຍາວ ເນື່ອງໃນວັນຊາດທີ 2 ທັນວາຄົບຮອບ 44 ປີ ເຊິ່ງກົງກັບວັນຈັນພໍດີ, ຫຼາຍທ່ານຫຼາຍຄອບຄົວກໍຄົງມີການວາງແຜນໄປພັກຜ່ອນທ່ອງທ່ຽວທັງຢູ່ໃກ້ ແລະ ໄກຕາມເງື່ອນໄຂຂອງແຕ່ລະຄົນ ເຊິ່ງການທ່ອງທ່ຽວພາຍໃນກໍເປັນອີກປັດໄຈຊ່ວຍຍູ້ໜູນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບເສດຖະກິດແຫ່ງຊາດ.

ມື້ນີ້ຈຶ່ງຈະມາແນະນຳສະຖານທີ່ທ່ອງທ່ຽວພັກຜ່ອນນະດິນແດນໃຕ້ສຸດຂອງປະເທດ ທີ່ເຕັມໄປດ້ວຍອູ່ອາລະຍະທໍາອັນເກົ່າແກ່ໜ້າຄົ້ນຫາ, ມີທໍາມະຊາດສວຍສົດງົດງາມຫຼາຍແຫ່ງ ນັ້ນຄືສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງທີ່ງົດງາມ ແລະ ຄົງ ຄວາມເປັນທຳມະຊາດ, ການໄປ – ມາເຂົ້າເຖິງສະດວກສະບາຍ, ມີຫ້ອງພັກສະອາດ, ອາຫານແຊບ, ມີຮ້ານຂາຍເຄື່ອງທີ່ລະນຶກທ້ອງຖິ່ນທີ່ຫຼາກຫຼາຍ, ອັນສໍາຄັນຍັງໄດ້ສຳຜັດກັບວິຖີຊີວິດຊົນເຜົ່າໃນເຂດດັ່ງກ່າວນຳອີກ.

ຕາດເຍືອງເປັນຕາດສູງຊັນປະມານ 50 ແມັດ, ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນຕົກປະມານ 10 ກິໂລແມັດ, ສາມາດເຂົ້າເຖິງສະຖານທີ່ຢ່າງສະດວກສະບາຍ.

ທ່ານ ນາງ ສອນທິດາ ອຸນາພົມ ເຊິ່ງໄດ້ເຮັດທຸລະກິດທ່ອງທ່ຽວມາແຕ່ປີ 2001 ຊື່ວ່າ ບໍລິສັດ ທ່ອງທ່ຽວພັດທະນາຈໍາປາໃໝ່ ໄດ້ເຂົ້າມາສຳປະທານ ແລະ ພັດທະນາສະຖານທີ່ທ່ອງທ່ຽວຕາດເຍືອງ ໃນປີ 2012 ເນື່ອງຈາກເຫັນວ່າແຫຼ່ງທ່ອງທ່ຽວນີ້ມີຈຸດເດັ່ນຫຼາຍຢ່າງ ເຊັ່ນ: ທໍາມະຊາດ, ວັດທະນະທໍາບັນດາເຜົ່າ, ຄວາມງົດງາມຂອງສາຍນໍ້າ, ທັງມີປະຫວັດ ແລະ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນທີ່ມີເອກະລັກສະເພາະ.

ຕະຫຼອດຊຸມປີຜ່ານມາ ຕາດເຍືອງ ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ມີການຈັດສັນສະຖານທີ່ຂາຍເຄື່ອງທີ່ລະນຶກຢ່າງເປັນລະບຽບ ແລະ ຈົບງາມ, ມີສິນຄ້າຫຼາກຫຼາຍໃຫ້ຊື້ຕິດໄມ້ຕິດມື, ມີການຕົກແຕ່ງສະຖານທີ່ໃຫ້ສວຍງາມມີເອກະລັກໄປຕາມແຕ່ລະໄລຍະ.

ຮ້ານອາຫານກວ້າງຂວາງ, ມີອາຫານຫຼາຍຢ່າງໃຫ້ເລືອກ ເຊິ່ງອາຫານທີ່ເປັນເອກະລັກສະເພາະຢູ່ຕາດເຍືອງ ແມ່ນແກງໜໍ່ໄມ້, ຕໍາໝາກຫຸ່ງ, ປີ້ງຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ລາດທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນັ້ນ, ກໍມີອາຫານຕາມສັ່ງອື່ນໆໃຫ້ເລືອກກິນຫຼາກຫຼາຍ, ແຊບ, ສະອາດ, ລາຄາເໝາະສົມ.

ຈາກການເຮັດແທ້ທຳຈິງ ແລະ ພັດທະນາດ້ວຍຄວາມຮັກ ເຮັດໃຫ້ຕາດເຍືອງ ໄດ້ຮັບຄວາມນິຍົມກາຍເປັນສະຖານທີ່ທ່ອງທ່ຽວທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເລືອກທີ່ຈະມາບ່ອນນີ້ ຫາກໄດ້ເດີນທາງມາແຂວງຈຳປາສັກ, ສິ່ງໜຶ່ງທີ່ຢັ້ງຢືນໄດ້ດີເຖິງການພັດທະນາແມ່ນການໄດ້ຮັບລາງວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ໃນປີ 2019 ( ສຳລັບສະຖານທີ່ທ່ອງທ່ຽວ ) ເຊິ່ງເປັນໜຶ່ງໃນ 16 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບລາງວັນຈາກລັດຖະບານ.

ສຳລັບທ່ານໃດທີ່ຢາກສຳຜັດທຳມະຊາດ ແລະ ຄວາມງາມຂອງນໍ້າຕົກໄດ້ແບບໃກ້ຊິດ ກໍສາມາດນອນຄ້າງຄືນໄດ້ເລີຍ ເພາະມີຫ້ອງພັກຫຼາຍກວ່າ 20 ຫ້ອງ ທີ່ອອກແບບຕົກແຕ່ງຢ່າງມີເອກະລັກໄວ້ຄອຍບໍລິການໃຫ້ວັນພັກຜ່ອນເຕັມໄປດ້ວຍ ຄວາມສຸກສຳລານໃຈ.

ຈຸດເດັ່ນຂອງນໍ້າຕົກຕາດເຍືອງ ແມ່ນນໍ້າຕົກສວຍງາມ, ດ້ານລຸ່ມຍັງມີຈຸດຊົມທິວທັດສຳລັບຖ່າຍຮູບ ໄປພ້ອມກັບການສຳຜັດກັບສາຍລົມລະອອງນ້ຳທີ່ປິວມາກະທົບຢ່າງເຢັນສະບາຍ, ຈຸດນີ້ເຮັດໃຫ້ນັກທ່ອງທ່ຽວອົດບໍ່ໄດ້ທີ່ຈະຢູ່ໃຫ້ດົນທີ່ສຸດເພື່ອເກັບພາບຄວາມຊົງຈຳ. ນອກນັ້ນ, ຍັງສາມາດລົງຫຼິ້ນນໍ້າຢູ່ດ້ານລຸ່ມຂອງຕາດໄດ້ ເຊິ່ງເປັນວັງນໍ້າໃສກວ້າງພໍສົມຄວນ.

ສ່ວນດ້ານເທິງຂອງຕາດ ຕາມສາຍນໍ້າເປັນລານກວ້າງຂວາງສາມາດນັ່ງຫຼິ້ນກິນເຂົ້າປ່າແບບຄອບຄົວ ແລະ ໝູ່ເພື່ອນໄດ້ ຫຼື ຈະຕັ້ງເຕັ້ນນອນຊົມເດືອນດາວທ້າຄວາມໜາວກໍຄັກໄປອີກແບບ.

ຫາກທ່ານໃດຍັງບໍ່ຮູ້ວ່າຈະໄປທ່ອງທ່ຽວພັກຜ່ອນຢູ່ໃສດີ ຕາດເຍືອງ ຖືເປັນອີກຈຸດໜຶ່ງທີ່ບໍ່ຄວນພາດ ແລະ ຄວນຂຶ້ນແຜນໄວ້ເລີຍ ເພາະຫຼັງຈາກວັນຊາດກໍມາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.

ແຕ່ສຳລັບທ່ານໃດທີ່ຈະໄປນອນຄ້າງທີ່ຕາດເຍືອງ ຂໍແນະນຳໃຫ້ກຽມເສື້ອກັນໜາວ ເພາະເມືອງປາກຊ່ອງ ໃນຍາມນີ້ອາກາດຕອນກາງຄືນຈະໜາວເຢັນຫຼາຍ.