ອາກາດຈະເຢັນໃນຕອນກາງຄືນ-ຕອນເຊົ້າ, ສ່ວນພາກໃຕ້ມີຝົນເລັກນ້ອຍ

106

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 29 ພະຈິກ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຈະເພີ່ມກຳລັງແຮງຂຶ້ນເລັກນ້ອຍ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງ ພັດປົກຄຸມ. ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນລົງຕື່ມອີກໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ທົ່ວໄປ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ພາກໃຕ້.


ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດ ມື້ນີ້ໜາວສຸດຢູ່ ໄຊສົມບູນ ອຸນຫະພູມວັດແທກໄດ້ 9 ອົງສາ; ຖັດລົງມາແມ່ນ ຊຽງຂວາງ, ອຸດົມໄຊ ວັດແທກໄດ້ 10 ອົງສາ; ຮອງລົງມາແມ່ນ ປາກຊ່ອງ, ນິຄົມ 34, ຫຼວງນໍ້າທາ, ເມືອງ ສິງ ວັດແທກໄດ້ 11 ອົງສາ.
ສ່ວນ ວຽງພູຄາ ວັດແທກໄດ້ 12 ອົງສາ; ຜົ້ງສາລີ ອຸນຫະພູມຢູ່ທີ່ 13 ອົງສາ ແລະ ວຽງໄຊ, ຊຳເໜືອ ວັດແທກໄດ້ 14 ອົງສາ. ສ່ວນນະຄອນຫຼວງວຽງຈັນ ວັດແທກໄດ້ 20 ອົງສາ.