ກົດໝາຍວ່າດ້ວຍຮູບເງົາ ຈະສົ່ງເສີມນັກສ້າງຮູບເງົາຫຼາຍຂຶ້ນ

118

ກົດໝາຍວ່າດ້ວຍຮູບເງົາ ຈະສາມາດຕອບສະໜອງໄດ້ກັບການປ່ຽນແປງໃໝ່ຂອງໂລກດ້ານຮູບເງົາ ແລະ ຂໍ້ມູນ – ຂ່າວສານໃນຍຸກແຫ່ງການເຊື່ອມໂຍງສາກົນ ແລະ ສົ່ງເສີມໃຫ້ນັກສ້າງຮູບເງົາທັງພາຍໃນ ແລະ ຕ່າງປະເທດຜະລິດຮູບເງົາຢູ່ລາວຫຼາຍຂຶ້ນ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ພະຈິກ 2019 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຮູບເງົາ ( ສະບັບສ້າງໃໝ່ ) ເຊິ່ງປະກອບມີ 10 ພາກ, 12 ໝວດ ແລະ 71 ມາດຕາ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ດໍາລັດວ່າດ້ວຍຮູບເງົາ ໄດ້ຖືກປະກາດໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 23 ກໍລະກົດ 2014 ຮອດປັດຈຸບັນ ເຊິ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ວຽກງານຮູບເງົາໃນການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດຂອງຕົນ, ແຕ່ນັ້ນມາກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີບ່ອນອີງດ້ານນິຕິກໍາ ເພື່ອຄຸ້ມຄອງການເຄື່ອນໄຫວວຽກງານຮູບເງົາໃນຂອບເຂດທົ່ວປະເທດຢ່າງໄດ້ຮັບຜົນດີເປັນກ້າວໆມາ.

ເມື່ອຮ່າງກົດໝາຍວ່າດ້ວຍຮູບເງົາ ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະມີເຄື່ອງມືດ້ານນິຕິກໍາໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງວຽກງານຮູບເງົາໃຫ້ມີຄວາມເປັນເອກະພາບ ເຊັ່ນ: ການກວດກາເນື້ອໃນ, ການອະນຸຍາດ, ການອະນຸມັດສ້າງຕັ້ງຫົວໜ່ວຍທຸລະກິດຮູບເງົາ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງຈະເປັນບ່ອນອີງໃຫ້ນັກສ້າງຮູບເງົາທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຂໍ້ຫ້າມ ແລະ ຂໍອະນຸຍາດໃນການເຄື່ອນໄຫວວຽກງານຮູບເງົາ, ຈະເປັນການກະຕຸກຊຸກຍູ້ໃຫ້ນັກສ້າງຮູບເງົາທັງພາຍໃນ ແລະ ຕ່າງປະເທດຜະລິດຮູບເງົາຢູ່ລາວຫຼາຍຂຶ້ນ.

ຜ່ານການປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຮູບເງົາ ( ສະບັບສ້າງໃໝ່ ) ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍຄະແນະສຽງເຫັນດີ 107 ສຽງ.

[ ຂ່າວ: ສົມລົດ;  ຮູບ: ສຸກສະຫວັນ ]