ສ້າງສິນຄ້າກະສິກໍາອິນຊີ ໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ

371

ປັດຈຸບັນຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງການບໍລິໂພກຜົນຜະລິດກະສິກໍາອິນຊີທີ່ມີຄຸນນະພາບ, ມີ ຄວາມປອດໄພ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ. ດັ່ງນັ້ນ, ຕ້ອງຫັນປ່ຽນຮູບແບບການຜະລິດເຂົ້າສູ່ລະບົບມາດຕະຖານເພື່ອຮອງຮັບທ່າອ່ຽງຂອງສັງຄົມ ໃຫ້ສາມາດເຊື່ອມໂຍງພ້ອມແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາກະສິກໍາອິນຊີລາວ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ ການພັດທະນາແບບສີຂຽວ, ຍຸດທະສາດແຫ່ງຊາດ ແລະ ຄວາມສາມາດການແຂ່ງຂັນໃນລະດັບສາກົນ ” ຈັດຂຶ້ນໃນວັນທີ 28 ພະຈິກ 2019 ທີ່ໂຮງແຮມຄຣາວພລາຊາ ໂດຍການເປັນປະທານຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ), ມີບັນດາຫົວໜ້າກົມ, ບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຂວາງ ຄໍາບຸນເຮືອງ ໃຫ້ຮູ້ວ່າ: ການຜະລິດກະສິກໍາອິນຊີໃນລາວເຮົາຍັງມີພື້ນຖານວັດຖຸ – ເຕັກນິກການຜະລິດທີ່ອ່ອນນ້ອຍ, ການຜະລິດມີຂະໜາດນ້ອຍ ແລະ ເປັນລັກສະນະກະແຈກກະຈາຍ, ບໍ່ສາມາດແຂ່ງຂັນດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ການຜະລິດເປັນສິນຄ້າຍັງປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, ມັນຮຽກຮ້ອງໃຫ້ລາວເຮົາຕ້ອງໄດ້ສຸມໃສ່ການປັບປຸງໂຄງປະກອບການຜະລິດຫຼາຍຢ່າງ ເປັນຕົ້ນແມ່ນ: ໂຄງລ່າງພື້ນຖານ, ລະບຽບການຄຸ້ມຄອງມາດຕະຖານການຜະລິດ, ຄຽງຄູ່ກັບການສ້າງບຸກຄະລາກອນເພື່ອມາປັບປຸງຄຸນນະພາບການຜະລິດທີ່ສາມາດແຂ່ງຂັນໄດ້ທັງດ້ານປະລິມານ, ຄຸນນະພາບ, ມີຄວາມປອດໄພ ແລະ ສິ່ງສໍາຄັນແມ່ນລາຄາທີ່ສາມາດແຂ່ງຂັນໄດ້.

ເຖິງຢ່າງໃດກໍຕາມ, ໃນປັດຈຸບັນຜູ້ບໍລິໂພກມີຄວາມຕ້ອງການບໍລິໂພກຜົນຜະລິດກະສິກໍາອິນຊີທີ່ມີຄຸນນະພາບ, ມີ ຄວາມປອດໄພ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມນັບມື້ສູງຂຶ້ນ. ດັ່ງນັ້ນ, ຕ້ອງຫັນປ່ຽນຮູບແບບການຜະລິດເຂົ້າສູ່ລະບົບມາດຕະຖານເພື່ອຮອງຮັບທ່າອ່ຽງຂອງສັງຄົມ ພ້ອມໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ຍ້ອນແນວນັ້ນກອງປະຊຸມໃນຄັ້ງນີ້ຈຶ່ງເປັນການລວມຕົວກັນຄັ້ງສໍາຄັນໃນການເຕົ້າໂຮມກໍາລັງອັນມະຫາສານຂອງຂະແໜງການຜະລິດກະສິກໍາ ແນໃສ່ປຶກສາຫາລືກັນເພື່ອຊອກຫາຊ່ອງທາງ ແລະ ວິທີການທີ່ດີໃນການນໍາເອົາທິດທາງນະໂຍບາຍຂອງພັກ – ລັດ ມາຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ.

ຂະນະດຽວກັນ ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ລັດຖະບານໄດ້ສ້າງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອແກ້ໄຂບັນຫາ ແລະ ຊຸກຍູ້ຊາວສວນຂອງພວກເຮົາ ໃຫ້ສາມາດເຮັດການຜະລິດຮັບໃຊ້ສັງຄົມໃຫ້ທົ່ວເຖິງ. ຄຽງຄູ່ກັນນັ້ນ, ກໍຕ້ອງມີມາດຕະການທີ່ເຂັ້ມງວດ ເປັນຕົ້ນ: ປະຕິບັດມາດຕະການຢູ່ດ່ານນຳເຂົ້າໃຫ້ເຂັ້ມງວດຢ່າງແທ້ຈິງ. ນອກຈາກນີ້, ກໍຕ້ອງມີແຜນການໃນການດັດສົມຕະຫຼາດພືດຜັກ, ຈັດຫາ ຫຼື ຈັດສັນຕະຫຼາດຂາຍພືດຜັກ ແລະ ໝາກໄມ້ປອດສານພິດໃນບັນດາຕະຫຼາດໃດໜຶ່ງທີ່ມີເງື່ອນໄຂ ເພື່ອສົ່ງເສີມຜູ້ຊົມໃຊ້ໃຫ້ເຫັນ ຄວາມສຳຄັນຂອງກະສິກຳອິນຊີ ແລະ ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດຫ້າງສັບພະສິນຄ້າ, ສູນການຄ້າ ແລະ ຮ້ານສະດວກຊື້ ຮັບເອົາຜະລິດຕະພັນລາວເຂົ້າຈໍາໜ່າຍໃນຫ້າງຮ້ານ ໂດຍສ້າງກາໝາຍ ຫຼື ການຫຸ້ມຫໍ່ທີ່ມີມາດຕະຖານກະສິກຳອິນຊີ ເພື່ອຈຳແນກ ແລະ ຊຸກຍູ້ສິນຄ້າກະສິກຳອິນຊີໃຫ້ມີຄວາມແຕກຕ່າງກັບສິນຄ້າທົ່ວໄປ.