ປີຜ່ານມາສົ່ງອອກຢາງພາລາໄດ້ກວ່າ 152 ລ້ານໂດລາ

181

ສປປ ລາວ ເລີ່ມປູກຢາງພາລາ ແຕ່ປີ 1930 ມາຮອດປັດຈຸບັນມີເນື້ອທີ່ປູກຢາງທັງໝົດ 3ແສນເຮັກຕາ ສະເພາະການສົ່ງອອກຢາງປີຜ່ານມາມີມູນຄ່າ 152,18 ລ້ານໂດລາ.

ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ໄດ້ໃຫ້ສໍາພາດວ່າ: ຢາງພາລາໄດ້ຖືກຝຣັ່ງ ນໍາເຂົ້າມາ ສປປ ລາວ ຄັ້ງທໍາອິດຕັ້ງແຕ່ປີ 1930 ຢູ່ພາກໃຕ້ຂອງລາວ ເພື່ອເປັນໄມ້ປະດັບໃນເນື້ອທີ່ປະມານ 2 ເຮັກຕາເທົ່ານັ້ນ, ຈົນມາຮອດຊຸມປີ 2000 ຢາງພາລາເລີ່ມມີບົດບາດເດັ່ນຂຶ້ນ, ນໍ້າຢາງພາລາໃນເວລານັ້ນມີລາຄາສູງເຖິງ 18 ພັນກີບຕໍ່ກິໂລ, ມາຮອດ ປີ 2015 ການປູກຢາງພາລາລາວກໍເລີ່ມຢຸດຊະຫງັກລົງດ້ວຍປັດໄຈຫຼາຍຢ່າງ, ແຕ່ເນື້ອທີ່ປູກກໍມີເຖິງ 281.000 ເຮັກຕາ. ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນມາການປູກຢາງພາລາກໍເລີ່ມເດີນໜ້າຕໍ່ສົ່ງຜົນໃຫ້ປັດຈຸບັນມີເນື້ອທີ່ປູກທັງໝົດ 3 ແສນເຮັກຕາ, ນອນຢູ່ໃນອັນດັບ 6 ຂອງການປູກຢາງພາລາໃນອາຊຽນ ໂດຍອັນດັບທີ 1 ແມ່ນໄທ, ອິນໂດເນເຊຍ, ຫວຽດນາມ, ມາເລເຊຍ, ມຽນມາ ແລະ ສປປ ລາວ ຕາມລໍາດັບ.

ທ່ານກ່າວວ່າ: ຢາງພາລາລາວ ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານພັດທະນາເສດຖະກິດ – ສັງຄົມຂອງລາວເຮົາໃນ 4 ແຜນງານ ຄື: ການຜະລິດເປັນສິນຄ້າ, ແຜນງານຢຸດຕິການຖາງປ່າເຮັດໄຮ່ ແລະ ຈັດສັນອາຊີບຄົງທີ່, ແກ້ໄຂບັນຫາສິ່ງແວດລ້ອມຊ່ວຍໃນການປັບສະພາບດິນຟ້າອາກາດໃຫ້ມີ ຄວາມສົມດຸນ ແລະ ແຜນງານແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນໄດ້ມີຢູ່ມີກິນ, ເຮັດໃຫ້ປະຊາຊົນມີຄວາມພໍໃຈຕໍ່ກັບການປະກອບອາຊີບປູກຢາງພາລາ.

ສະມາຄົມຢາງພາລາລາວ ໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2018 ເຮັດໜ້າທີ່ 4 ວຽກເປັນຕົ້ນຕໍ ຄື: 1). ສ້າງຄວາມເຂົ້າໃຈໃຫ້ຜູ້ປະກອບການ ແລະ ຊາວສວນຢາງພາລາເຂົ້າໃຈແນວທາງ, ນະໂຍບາຍຂອງພັກ – ລັດຖະບານ; 2). ເຕົ້າໂຮມຄວາມສາມັກຄີຂອງຜູ້ປູກຢາງພາລາໃຫ້ເປັນປຶກແຜ່ນ ໂດຍຮູບການກໍານົດເອົາເມືອງເປັນຈຸດສູນລວມ; 3). ສ້າງໃຫ້ສະມາຄົມມີບົດບາດຕໍ່ຜູ້ປະກອບການຢາງພາລາໃນຂອບເຂດທົ່ວປະເທດ ແລະ 4). ຊ່ວຍເຂົ້າເຖິງຂໍ້ມູນ – ຂາວສານຕະຫຼາດ ສປ ຈີນ ແລະ ບັນດາປະເທດອຸດສາຫະກຳຂະໜາດໃຫຍ່.

ປັດຈຸບັນຜູ້ປະກອບການຢາງພາລາທົ່ວປະເທດມີຈຸດສູນລວມ 110 ຈຸດ ທີ່ເປັນສະຖານທີ່ຊື້ – ຂາຍ ເຊິ່ງລາຄາໃນປັດຈຸບັນຢູ່ທີ່ 4.800 – 5.600 ກີບຕໍ່ກິໂລ.

ສໍາລັບສິ່ງທ້າທາຍຂອງວຽກງານຢາງພາລາ ບັນຫາທໍາອິດເຮົາຂາດພະນັກງານສະເພາະດ້ານທີ່ລົງເລິກຢາງພາລາ, ຄວາມຫຼາກຫຼາຍຂອງຕະຫຼາດ ເຊິ່ງຫຼາຍປະເທດຕ້ອງການຢາງພາລາແຕ່ເຮົາກໍບໍ່ສາມາດເຂົ້າເຖິງຕະຫຼາດອື່ນໆໄດ້ໂດຍສະເພາະຍີ່ປຸ່ນ.

ສ່ວນທິດທາງໃນຕໍ່ໜ້າຈະສ້າງເງື່ອນໄຂໃຫ້ສາມາດຂົນສົ່ງຢາງພາລາເຂົ້າຕະຫຼາດຈີນ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ປັດຈຸບັນໄດ້ຫາລືກັບ ບໍລິສັດ ຊວນເຢ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດປຸງແຕ່ງຢາງພາລາໄທ 2 ບໍລິສັດ ເພື່ອຜະລິດໝອນ ແລະ ເສື່ອ ວາງເປົ້າຢູ່ແຂວງບໍລິຄໍາໄຊ. ພ້ອມດຽວກັນ, ກໍຈະປະສານກັບກົມກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຫາລືການນໍາໃຊ້ໄມ້ຢາງພາລາ ( ທີ່ບໍ່ສາມາດປາດນໍ້າຢາງໄດ້ ) ມາເຂົ້າໃນອຸດສາຫະກຳເຟີນີເຈີ.

ອີງຕາມບົດສະຫຼຸບກະຊວງກະສິກໍາ ແລະ ປ່າໄມ້ ປະຈໍາປີ 2018 ໃຫ້ຮູ້ວ່າ: ການສົ່ງອອກຜົນຜະລິດກະສິກໍາ ທີ່ເປັນທາງການ ໂດຍຜ່ານດ່ານສາກົນທັງໝົດ 689,76 ລ້ານໂດລາ. ໃນນັ້ນ, ມີຢາງພາລາສົ່ງອອກໄດ້ 152,18ລ້ານໂດລາ, ເຂົ້າ 15,41 ລ້ານໂດລາ, ກາເຟ 69,90 ລ້ານໂດລາ, ມັນຕົ້ນ 45,67 ລ້ານໂດລາ ແລະ ສາລີ 62,52 ລ້ານໂດລາ.

+