ເລີ່ມວາງຂາງຂົວທາງລົດໄຟ ລາວ – ຈີນ

149

ໂຄງການທາງລົດໄຟ ລາວ – ຈີນ ຈຸດແຂວງຫຼວງນ້ຳທາ ໄດ້ເລີ່ມລົງມືວາງຂາງຂົວໂດຍເລີ່ມແຕ່ເຂດບໍ່ເຕ່ນ. ໃນນີ້, ມີຂົວ 20 ກວ່າແຫ່ງ ໂດຍຄາດການວາງຂາງຂົວດັ່ງກ່າວຈະສຳເລັດໃນທ້າຍເດືອນມິຖຸນາ ປີ 2020.

ວັນທີ 26 ພະຈິກ 2019 ໄດ້ຈັດພິທີເລີ່ມການວາງຂາງຂົວຄັ້ງທຳອິດເຂດພາກເໜືອ ຂອງໂຄງການທາງລົດໄຟ ລາວ – ຈີນ ເຂົ້າຮ່ວມມີ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງຫຼວງນ້ຳທາ, ທ່ານ ຫວູ໋ຫຼິງ ຫົວໜ້າຜູ້ຊີ້ນຳລວມໂຄງການເສັ້ນທາງລົດໄຟ ລາວ – ຈີນ, ມີຫົວໜ້າບໍລິສັດທາງລົດໄຟ ລາວ – ຈີນ ເລກ 5, ສະພາປະຊາຊົນແຂວງ, ອະດີດການນຳ, ຫົວໜ້າໄກ່ເກ່ຍ, ພະນັກງານວິຊາການ ແລະ ປະຊາຊົນບ້ານນາເຕີຍ ເຂົ້າຮ່ວມ.

ທ່ານ ຫວູ໋ຫຼິງ ໃຫ້ຮູ້ວ່າ: ສະໜາມຫຼໍ່ຂາງຂົວນາເຕີຍ ຂອງໂຄງການທາງລົດໄຟ ລາວ – ຈີນ ແມ່ນຮັບຜິດຊອບຜະລິດຫຼໍ່ຂາງຂົວໂຄງການທາງລົດໄຟ ລາວ – ຈີນ ໄລຍະສັນຍາ I, ຮັບຜິດຊອບຜະລິດຫຼໍ່ຂາງຂົວລາງດ່ຽວຮູບໂຕ T ແລະ ວຽກກໍໍ່ສ້າງກ່ຽວກັບການເຊື່ອມຈອດຂອງຂົວ, ໄລຍະກໍໍ່ສ້າງຂອງສັນຍາແມ່ນເລີ່ມແຕ່ວັນທີ 1 ທັນວາ 2018 ຫາ 15 ພະຈິກ 2020, ໃນມູນຄ່າ 102,14 ລ້ານຢວນ.

ໄລຍະສັນຍານີ້ຂຶ້ນກັບຂອບເຂດແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ຢູ່ລຽບຕາມແລວທາງແມ່ນໄດ້ຜ່ານບ້ານບໍໍ່ເຕ່ນ, ນາເຕີຍ, ນາໝໍ້ ແລະ ນາທົ່ງ; ຂອບເຂດວາງຂາງຂົວເລີ່ມແຕ່ຈຸດ DK3+425 ຫາ D3K41+000 ມີ ຄວາມຍາວທັງໝົດ 37,575 ກິໂລແມັດ, ລວມມີຂົວທັງໝົດ 27 ແຫ່ງ ໂດຍໄດ້ເລີ່ມວາງຂາງຂົວໃນວັນທີ 26 ພະຈິກ 2019 ການວາງຂາງຂົວແມ່ນຈະນໍາໃຊ້ກົນຈັກທີ່ສາມາດຍົກນ້ຳໜັກໄດ້ເຖິງ 180 ໂຕນ ເພື່ອຍົກ, ເຄື່ອນຍ້າຍ ແລະ ຕິດຕັັ້ງຂາງຂົວ ພ້ອມທັງນໍາໃຊ້ລົດເພື່ອຂົນສົ່ງຂາງຂົວຂະໜາດ LPLC200TK,TLQ100 – 102 ແລະ ວິທີການກໍໍ່ສ້າງຈະນໍາໃຊ້ໂຄງເຫຼັກກົນຈັກສໍາລັບວາງຂາງຂົວ JQT180, ການກໍໍ່ສ້າງວາງຂາງຂົວແມ່ນຈະເລີ່ມວາງມາເບື້ອງບໍໍ່ເຕ່ນກ່ອນ ລວມມີຂົວ 7 ແຫ່ງ ຈະໄດ້ນໍາໃຊ້ຂາງຂົວ 100 ກວ່າຄູ່ ເຊິ່ງໄດ້ຜ່ານຊັັ້ນພື້ນທາງລົດໄຟ 8 ຈຸດ ແລະ ອຸມົງ 2 ແຫ່ງ; ສ່ວນການວາງຂາງຂົວລົງໄປທາງເມືອງນາໝໍ້ ລວມມີຂົວ 20 ແຫ່ງ ຈະໄດ້ນໍາໃຊ້ຂາງຂົວ 207 ຄູ່ ເຊິ່ງໄດ້ຜ່ານຊັ້ນພື້ນທາງລົດໄຟ 26 ຈຸດ ແລະ ອຸມົງ 6 ແຫ່ງ, ອີງຕາມແຜນການທີ່ໄດ້ກຳນົດໄວ້ໜ້າວຽກການວາງຂາງຂົວແມ່ນຈະໃຫ້ສໍາເລັດໃນວັນທີ 30 ມິຖຸນາ 2020.

( ຂ່າວ: ກິ່ນນາລົມ )