ຂະແໜງທ່ອງທ່ຽວ ເປັນແຮງຍູ້ສຳຄັນໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ

359

ຕະຫຼອດໄລຍະ 44 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂະແໜງການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ, ສະເພາະ 10 ປີຜ່ານມາ ສາມາດສ້າງລາຍຮັບໄດ້ເກືອບ 6 ຕື້ໂດລາສະຫະລັດ, ປັດຈຸບັນທົ່ວປະເທດມີສະຖານທີ່ທ່ອງທ່ຽວທັງໝົດ 2.208 ແຫ່ງ, ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວໄດ້ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນອັນສຳຄັນໃນການແກ້ໄຂ ຄວາມທຸກຍາກ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໃຫ້ສຳພາດເຖິງຜົນງານທີ່ຍາດມາໄດ້ໃນຂະແໜງທ່ອງທ່ຽວຕະຫຼອດ 44 ປີຜ່ານມາ ວ່າ: ຫຼັງຈາກທີ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ກະຊວງ ຖວທ ແລະ ບັນດາຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຕະຫຼອດມາ ເປັນຕົ້ນແມ່ນ: ໄດ້ສຳເລັດການສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວ ສໍາລັບປີ 2016 – 2025 ແລະ ວິໄສທັດຮອດປີ 2030.

ສໍາເລັດການສ້າງແຜນພັດທະນາການທ່ອງທ່ຽວລະດັບພາກ ສໍາລັບປີ 2016 – 2020 ຄື: 8 ແຂວງພາກເໜືອ 6 ແຂວງພາກກາງ ແລະ 4 ແຂວງພາກໃຕ້; ສ້າງແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວຂອງ ສປປ ລາວ ແລະ ອີກຂອງ 4 ແຂວງ ຄື: ແຂວງຫຼວງພະບາງ, ອຸດົມໄຊ, ຄໍາມ່ວນ ແລະ ຈໍາປາສັກ; ໄດ້ເອົາໃຈໃສ່ຍົກລະດັບພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກເພື່ອຮັບໃຊ້ການທ່ອງທ່ຽວ; ໄດ້ພັດທະນາຕົວແບບການທ່ອງທ່ຽວປະຊາຊົນມີສ່ວນຮ່ວມຢູ່ແຕ່ລະທ້ອງຖິ່ນ ແລະ ໄດ້ພັດທະນາເຮືອນພັກແຮມປະຊາຊົນ ( ໂຮມສະເຕ ) ພ້ອມທັງສ້າງສູນຂໍ້ມູນ – ຂ່າວສານການທ່ອງທ່ຽວ.

ມາຮອດປີ 2019 ທົ່ວປະເທດມີແຫຼ່ງທ່ອງທ່ຽວທັງໝົດ 2.208 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວຈໍານວນ 1.040 ແຫ່ງ, ເປີດບໍລິການແລ້ວ ຈໍານວນ 817 ແຫ່ງ, ພັດທະນາແລ້ວຈໍານວນ 590 ແຫ່ງ.

ສໍາເລັດສໍາຫຼວດຈັດສັນ – ກໍານົດຂອບເຂດ ແລະ ກໍານົດແນວຄວາມຄິດການພັດທະນາແລ້ວ ຈໍານວນ 42 ແຫ່ງ ແລະ ສໍາເລັດການປັກໝາຍ 20 ແຫ່ງ, ມີດ່ານສາກົນ 27 ແຫ່ງ ສາມາດເອົາວິຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ, ມີສູນຂໍ້ມູນ – ຂ່າວສານການທ່ອງທ່ຽວ 28 ແຫ່ງ ແລະ ໄດ້ພັດທະນາຕົວແບບການທ່ອງທ່ຽວປະຊາຊົນມີສ່ວນຮ່ວມຢູ່ແຕ່ລະທ້ອງຖິ່ນທົ່ວປະເທດຈຳນວນ 91 ລາຍການ ກວມເອົາ 69 ບ້ານ, 44 ເມືອງ, 16 ແຂວງ. ໃນນີ້, ມີ 5 ລາຍການໄດ້ຖືກຮັບຮອງເປັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ໄດ້ພັດທະນາໂຮມສະເຕ ຈໍານວນ 240 ຫຼັງໃນທົ່ວປະເທດ ກວມເອົາ 27 ບ້ານ 21 ເມືອງ. ໃນນັ້ນ, ມີ 4 ບ້ານໄດ້ຖືກຮັບຮອງເປັນມາດຕະຖານໂຮມສະເຕອາຊຽນ ແລະ ວຽກງານອື່ນໆ.

ນອກນັ້ນ, ກະຊວງ ຖວທ ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງ ໄປພ້ອມກັບການພັດທະນາການທ່ອງທ່ຽວຂອງ ສປປ ລາວ ໃຫ້ກາຍເປັນອຸດສາຫະກຳທ່ອງທ່ຽວທັນສະໄໝ, ມີ ຄວາມຍືນຍົງຕາມທິດສີຂຽວ, ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໂດຍໄດ້ຈັດມາດຕະຖານໂຮງແຮມລະດັບ 5 ດາວ 5 ແຫ່ງ, ລະດັບ 4 ດາວ 16 ແຫ່ງ, ລະດັບ 3 ດາວ 23 ແຫ່ງ, ລະດັບ 2 ດາວ 18 ແຫ່ງ ແລະ ລະດັບ 1 ດາວ 14 ແຫ່ງ.

ໄດ້ສໍາເລັດການອອກອະນຸຍາດດຳເນີນທຸລະກິດພາຍໃນ ແລະ ຕ່າງປະເທດທັງໝົດຢູ່ຂັ້ນທ້ອງຖິ່ນ ມີໂຮງແຮມ 670 ແຫ່ງ, ເຮືອນພັກ 2.432 ແຫ່ງ, ຮ້ານອາຫານ 2.646 ແຫ່ງ, ສະຖານບັນເທີງ 305 ແຫ່ງ ແລະ ບໍລິສັດນໍາທ່ຽວ 305 ແຫ່ງ.

ສຳເລັດການຈັດຕັ້ງສະມາຄົມທຸລະກິດທ່ອງທ່ຽວລາວ 1 ແຫ່ງ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ 1 ແຫ່ງ ແລະ ກຸ່ມພະນັັກງານນຳທ່ຽວຢູ່ບັນດາແຂວງທົ່ວປະເທດ.

ຂະແໜງການທ່ອງທ່ຽວໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດພັດທະນາປະເທດຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງ ໂດຍສະເພາະແມ່ນສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດ ເຊັ່ນ:

ປີ 1993 ມີນັກທ່ອງທ່ຽວເຂົ້າມາລາວ 102.946 ເທື່ອຄົນ ສ້າງລາຍຮັບໄດ້ 6,2 ລ້ານໂດລາ.

ປີ 1998 ມີນັກທ່ອງທ່ຽວເຂົ້າມາລາວ 500.200 ເທື່ອຄົນ ສ້າງລາຍຮັບໄດ້ 80 ລ້ານໂດລາ.

ປີ 1999 ມີນັກທ່ອງທ່ຽວ 614.278 ເທື່ອຄົນ ສ້າງລາຍຮັບໄດ້ 97,2 ລ້ານໂດລາ.

ປີ 2000 ມີນັກທ່ອງທ່ຽວ 737.208 ເທື່ອຄົນ ສ້າງລາຍຮັບໄດ້ 113,4 ລ້ານໂດລາ.

ປີ 2005 ມີນັກທ່ອງທ່ຽວມາລາວ 1,1 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 146,7 ລ້ານໂດລາ.

ປີ 2010 ມີນັກທ່ອງທ່ຽວ 2,5 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 381 ລ້ານໂດລາ.

ປີ 2015 ມີນັກທ່ອງທ່ຽວມາລາວ 4,6 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 725 ລ້ານໂດລາ.

ປີ 2016 ມີນັກທ່ອງທ່ຽວເຂົ້າມາລາວ 4,2 ລ້ານເທື່ອຄົນ ສ້າງລາຍຮັບ 724 ລ້ານໂດລາ.

ປີ 2017 ມີນັກທ່ອງທ່ຽວເຂົ້າມາລາວ 3,8 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 648 ລ້ານໂດລາ.

ໃນປີ 2018 ລັດຖະບານໄດ້ຈັດປີທ່ອງທ່ຽວລາວ 2018 ຂຶ້ນເພື່ອດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວ ໂດຍຈັດມີການໂຄສະນາທັງພາຍໃນ ແລະ ຕ່າງປະເທດຢ່າງ ກວ້າງຂວາງ ແລະ ທົ່ວປະເທດໄດ້ຈັດກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບບຸນປະເພນີຂອງທ້ອງຖິ່ນຢ່າງຟົດຟື້ນ ແລະ ສາມາດດຶງດູດນັກທ່ອງທ່ຽວ ຈຳນວນ 4,1 ລ້ານເທື່ອຄົນ ສ້າງລາຍຮັບ 811 ກວ່າລ້ານໂດລາສະຫະລັດ.

ໃນປີ 2019 ນີ້ ໄດ້ສືບຕໍ່ເປີດປີທ່ອງທ່ຽວ ລາວ – ຈີນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 4,5 ລ້ານຄົນ ເພື່ອສ້າງລາຍຮັບປະມານ 855 ລ້ານໂດລາສະຫະລັດ, ມາຮອດ 9 ເດືອນມີນັກທ່ອງທ່ຽວເຂົ້າມາລາວ 3,45 ລ້ານເທື່ອຄົນ ເທົ່າກັບ 76,59% ຂອງແຜນການ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2018.

ທ່ານ ອຸ່ນທວງ ຂາວພັນ ກ່າວຕື່ມວ່າ: ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວກາຍເປັນຂະແໜງຫຼັກໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ກໍຄືປະຕິບັດແຜນພັດທະນາການທ່ອງທ່ຽວຮອດປີ 2025 ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າມາລາວຢ່າງໜ້ອຍ 5,5 ລ້ານຄົນຕໍ່ປີ ແລະ ສ້າງລາຍຮັບໃຫ້ໄດ້ 1.156 ລ້ານໂດລາສະຫະລັດຕໍ່ປີ.

ກະຊວງ ຖວທ ຈະຕ້ອງສ້າງແຜນພັດທະນາແຫຼ່ງທ່ອງທ່ຽວບຸລິມະສິດໃຫ້ໄດ້ 30 ແຫ່ງ, ສຳຫຼວດ ແລະ ຈັດສັນແຫຼ່ງທ່ອງທ່ຽວໃຫ້ໄດ້ 150 ແຫ່ງ, ປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວທີ່ມີຄວາມໂດດເດັ່ນ ສາມາດເຊື່ອມໂຍງກັບພາກພື້ນໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແລະ ໄດ້ຮັບຜົນຕອບແທນທາງເສດຖະກິດໄວ້ໃຫ້ໄດ້ຈໍານວນ 30 ແຫ່ງ, ຫັນປ່ຽນການທ່ອງທ່ຽວທີ່ມີຄຸນນະພາບຫຼາຍກວ່າດ້ານປະລິມານ.

ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ໃນການໂຄສະນາດ້ວຍລະບົບອອນລາຍ ແລະ ທັນສະໄໝ, ແກ້ໄຂປາກົດການຫຍໍ້ທໍ້ໃນທຸກລະດັບ, ຊຸກຍູ້ພາກລັດ ແລະ ເອກະຊົນໃຫ້ມີສ່ວນຮ່ວມ, ເພີ່ມທະວີການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ການອໍານວຍຄວາມສະດວກເຂົ້າ – ອອກຂອງນັກທ່ອງທ່ຽວໃຫ້ສະດວກ, ວ່ອງໄວ ແລະ ມີ ຄວາມປະທັບໃຈ, ເພີ່ມມາດຕະການຄຸ້ມຄອງດ້ານລາຄາການບໍລິການໃຫ້ເໝາະສົມເພື່ອສ້າງຄວາມເຊື່ອໝັ້ນຕໍ່ນັກທ່ອງທ່ຽວ.

( ຂ່າວ: ກາວຊົ່ງ )