ການຄ້າໂລກປະເຊີນການຈັດລະບົບເສດຖະກິດໃໝ່

87

ທ່ານ ນາງ ຄຣິດຕິນ ລາກາດ ອະດີດເລຂາທິການໃຫຍ່ກອງທຶນການເງິນສາກົນກ່າວໃນຖານະຜູ້ວ່າການທະນາຄານກາງແຫ່ງເອີຣົບຫຼືອີຊີບີເມື່ອບໍ່ດົນມານີ້ຢູ່ປະເທດ ເຢຍລະມັນວ່າ:ການຄ້າຂອງທັງໂລກກໍາລັງຈັດລະບຽບທັງໝົດໃໝ່ເຊິ່ງສົ່ງຜົນກະທົບຕໍ່ເນື່ອງໃຫ້ເກີດການການຈັດລະບົບເສດຖະກິດຂອງໂລກໃໝ່ນໍາອີກ.

ປັດໄຈສໍາຄັນຂອງການປ່ຽນແປງເກີດຂຶ້ນຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນເຊິ່ງຍັງຄົງຢູ່ຢ່າງຕໍ່ເນື່ອງເມື່ອປະສົບປະສານເຂົ້າກັບຄວາມບໍ່ແນ່ນອນໃນທາງພູມສາດເຮັດໃຫ້ການຄ້າໂລກຂະຫຍາຍຕົວຊ້າລົງ,ຫຼຸດລົງຫຼາຍເຖິງກວ່າເຄິ່ງໜຶ່ງເມື່ອປຽບທຽບກັບປີກ່ອນ.

ປະລິມານການຄ້າໂລກທີ່ຫຼຸດລົງມະຫາສານກົດດັນໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກຫຼຸດຕໍ່າລົງສູ່ລະດັບຕໍ່າສຸດນັບຕັ້ງແຕ່ເກີດວິກິດການທາງການເງິນຄັ້ງໃຫຍ່ໃນອາເມຣິກາເມື່ອ1ທົດສະວັດທີ່ຜ່ານມາ.

ປະເທດກໍາລັງພັດທະນາທີ່ເສດຖະກິດກ້າວໜ້າທັງຫຼາຍເຄີຍເພິ່ງພາອາໄສການຄ້າໂລກ ແລະ ຫ່ວງໂສ້ການຕອບສະໜອງຂອງໂລກໃນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດຂອງປະເທດມາຕະຫຼອດ,ແຕ່ພໍເກີດຄວາມຂັດແຍ່ງທາງການຄ້າຂຶ້ນສິ່ງທີ່ເຄີຍເພິ່ງພາ ແລະ ນໍາມາໃຊ້ຢ່າງໄດ້ຜົນກໍບໍ່ໄດ້ຜົນອີກຕໍ່ໄປ.