“ແມງຫາງໜີບ” ຜູ້ຊ່ວຍທີ່ດີ ຊາວກະສິກອນຄວນຮູ້ໄວ້

220

ຊາວກະສິກອນຫຼາຍທ່ານອາດຈະມັກປະສົບກັບບັນຫາສັດຕູພືດທີ່ເຂົ້າມາທຳລາຍພືດຜັກ ຜົນຜະລິດຕ່າງໆ ບໍ່ວ່າຈະເປັນສາລີ ອ້ອຍ ໝາກໄມ້ ແລະພືດຜັກ ເຮັດໃຫ້ພືດຜົນນັ້ນບໍ່ງາມ ມີລາຄາຖືກ ຈົນເຮັດໃຫ້ຊາວກະສິກອນບາງທ່ານຕ້ອງຫັນໄປໃຊ້ຢາຂ້າສັດຕູພືດຈາກສານເຄມີເພື່ອຊ່ວຍໃຫ້ພືດຜັກນັ້ນງາມ ແລະໄດ້ລາຄາສູງຄົນຢາກຊື້.

ແນ່ນອນການທີ່ຊາວກະສິກອນຫັນໄປເລືອກໃຊ້ຢາຂ້າສັດຕູພືດກໍ່ຍ່ອມມີຜົນກະທົບຫຼາຍຢ່າງ ເຊັ່ນ ເຮັດໃຫ້ດິນທີ່ປູກພືດຜັກນັ້ນມີອາຍຸການປູກສັ້ນລົງເພາະສານເຄມີຈະເຮັດໃຫ້ດິນແຂງ ແລະບໍ່ສາມາດໃຊ້ປູກພືດຜັກໃຫ້ງາມອີກໄດ້ ລວມທັງສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ເພາະວ່າພືດຜັກນັ້ນມີສານເຄມີປົນເປື້ອນຕິດມາກັບຜັກ ຖ້າຜູ້ບໍລິໂພກບໍ່ລ້າງໃຫ້ສະອາດກໍ່ອາດຈະໄດ້ຮັບສານເຄມີເຂົ້າໄປໃນຮ່າງກາຍ ແລະເຮັດໃຫ້ທ່ານເກີດໂລກຕ່າງໆຕາມມາ.

ດັ່ງນັ້ນ ມື້ນີ້ແອັດມິນເອົາຄວາມຮູ້ຄູ່ຊາວສວນບົດນີ້ມາຝາກ ຊາວກະສິກອນທີ່ປູກພືດຜັກອິນຊີຄວນມາຮູ້ຈັກກັບຄຸນປະໂຫຍດຂອງແມງຫາງໜີບກັນເລີຍ

ແມງຫາງໜີບເປັນແມງສັດຕູພືດທຳມະຊາດທີ່ສາມາດກຳຈັດສັດຕູພືດຜັກໄດ້ເປັນຢ່າງດີ ໂດຍສະເພາະແມ່ນແມງຫາງໜີບສີນ້ຳຕານ ທີ່ສາມາດຄວບຄຸມໜອນທີ່ເຈາະລຳຕົ້ນສາລີ ສ່ວນແມງຫາງໜີບຂາວົງແຫວນ ແມ່ນຊ່ວຍຄວບຄຸມໜອນກໍອ້ອຍ.

ແມງຫາງໜີບຍັງມີໜ້າທີ່ຍ່ອຍສະລາຍເສດພືດຜັກ ອີກທັງສາມາດຈັບກິນແມງສັດຕູພືດໄດ້ຕັ້ງແຕ່ໄລຍະໄຂ່ ໂຕອ່ອນ ຈົນຮອດສັດຕູພືດທີ່ໃຫຍ່ເຕັມໄວ ແລະແມງຫາງໜີບເປັນແມງທີ່ເພາະລ້ຽງຂະຫຍາຍພັນໄດ້ງ່າຍ ສາມາດນຳໄປປ່ອຍໃນສວນຜັກເພື່ອຄວບຄຸມສັດຕູພືດໄດ້ຢ່າງມີປະສິດທິພາບ.

ວິທີການລ້ຽງແມງຫາງໜີບ ຊາວກະສິກອນສາມາດເພາະລ້ຽງແມງຫາງໜີບໄວ້ໃຊ້ໃນການຄວບຄຸມສັດຕູພືດໄດ້ ເພາະແມງຫາງໜີບມີວິທີການເພາະລ້ຽງຂະຫຍາຍພັນທີ່ງ່າຍ ພຽງແຕ່ເອົາແກບດຳຕາກແດດ 2 ມື້ ຈາກນັ້ນເອົາແກບດຳທີ່ຕາກແດດແລ້ວມາໃສ່ໃນກ່ອງທີ່ມີຄວາມໜາ 3 – 4 ຊັງຕີແມັດ ແລ້ວສີດນ້ຳໃຫ້ຄວາມຊື້ນ ຕໍ່ມາໃສ່ແມງຫາງໜີບທີ່ໃຫຍ່ເຕັມທີ່ລົງໃນກ່ອງໆ ລະ 40 ໂຕ ເມື່ອເພດແມ່ໄດ້ອາຍຸ 50 – 60 ມື້ ກໍຈະເລີ່ມວາງໄຂ່ເປັນກຸ່ມໆ ລະ 30 – 60 ໜ່ວຍ.

ໂດຍໃຫ້ອາຫານແມວທີ່ບົດລະອຽດ 40 ກຼາມ/ກ່ອງ ສະລັບກັບໄຂ່ແມງກະເບື້ອງເຂົ້າສານ 10 ກຼາມ ເພື່ອໃຫ້ເກີດຄວາມລຶ້ງເຄີຍ ແລະໃຫ້ສີດນ້ຳໃສ່ເທິງແກບດຳເພື່ອຮັກສາຄວາມຊື້ນ ປ່ຽນອາຫານທຸກ 3 ມື້ ປ້ອງກັນອາຫານເນົ່າເສຍ.