ແຂວງໄຊສົມບູນ ເປີດການນຳໃຊ້ເຂື່ອນໄຟຟ້ານ້ຳລົ້ນນ້ຳຜາໃຫຍ່

207

ໃນວັນທີ 22 ພະຈິກ 2019 ທີ່ບ້ານຜານ້ອຍ ເມືອງລ້ອງແຈ້ງ   ແຂວງໄຊສົມບູນ ໄດ້ມີພິທີສະເຫຼີມສະຫຼອງຜົນສຳເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລົ້ນ ນ້ຳຜາໃຫຍ່ 14,8 MW ແລະ ພາກຂະຫຍາຍ 4,4 MW ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຍະສິງ ຊະນະແກ້ວ ປະທານ ກຸ່ມບໍລິສັດ DSK ( ດີເອັສເຄ ) ໄດ້ກ່າວວ່າ: ໂຄງການເຂື່ອນນໍ້າລົ້ນນໍ້າຜາໃຫຍ່ ເຮົາໃສ່ໃຈໃນສິ່ງແວດລ້ອມເປັນອັນດັບທຳອິດ ຈຶ່ງໄດ້ມີການຮ່ວມມືກັບ ບໍລິສັດ ວິສະວະກອນ ທີ່ມີຊື່ສຽງຂອງໂລກ ເພື່ອເຂົ້າມາອອກແບບເຂື່ອນນໍ້າລົ້ນໃຫ້ເປັນມິດກັບສິ່ງແວດລ້ອມຫຼາຍທີ່ສຸດ ແລະ ບໍ່ສົ່ງຜົນກະທົບຕໍ່ປະຊາຊົນ, ໂຄງການເຂື່ອນນໍ້າລົ້ນນໍ້າຜາໃຫຍ່ ເປັນໂຄງການທີ່ຕັ້ງຢູ່ບໍລິເວນນໍ້າງື່ມທີ່ຮັບນໍ້າຈາກແມ່ນໍ້າ 3 ສາຍ ຄື: ແມ່ນໍ້າງື່ມ, ແມ່ນໍ້າຜາໃຫຍ່ ແລະ ແມ່ນໍ້າຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການລົງທຶນ 100% ຂອງກຸ່ມບໍລິສັດ DSK ແລະ ໄດ້ເລີ່ມກໍ່ສ້າງຂຶ້ນໃນເດືອນຕຸລາປີ 2014 ຈົນມາຮອດເດືອນກັນຍາ ປີ 2019 ໄດ້ສຳເລັດ 100% ມູນຄ່າການກໍ່ສ້າງທັງໝົດ 68 ລ້ານໂດລາສະຫະລັດ.

ໂຄງການເຂື່ອນນໍ້າລົ້ນນໍ້າຜາ  ໃຫຍ່ ຖືກສ້າງຂຶ້ນໃຫ້ຜະລິດກະແສໄຟຟ້າໄດ້ຢ່າງມີປະສິດທິພາບ ເຖິງແມ່ນວ່າປະລິມານນໍ້າທີ່ນ້ອຍເຂື່ອນຖືກອອກແບບໃຫ້ເຮັດໜ້າທີ່ຄືກັນກັບຝາຍຊະລໍນໍ້າ ໂດຍບໍ່ໄດ້ກັກເກັບນໍ້າ ແຕ່ຈະປ່ອຍໃຫ້ນໍ້າໄຫຼລົງໃນແມ່ນໍ້າ ໂດຍທຳມະຊາດ ແລະ ລະບົບ sensor ແບບຄົບວົງຈອນໄວ້ຖ້າວັດແທກລະດັບນໍ້າ ເມື່ອໃນກໍລະນີທີ່ນໍ້າມີປະລິມານຫຼາຍໃນໄລຍະລະດູຝົນ Sensor ຈະສັ່ງໃຫ້ເຂື່ອນເຮັດການປ່ອຍນໍ້າ ໂດຍການຍົກຝາຂັ້ນນໍ້າຂອງເຂື່ອນຂຶ້ນ ເພື່ອຮັກສາຄວາມປອດໄພຂອງໂຕເຂື່ອນ ແລະ ລະບົບນິເວດວິທະຍາໂດຍຮອບ.

ເຂື່ອນນໍ້າລົ້ນນໍ້າຜາໃຫຍ່ ມີການນໍານໍ້າເຂົ້າຜະລິດກະແສໄຟຟ້າໂດຍການຂຸດເຈາະອຸມົງຜ່ານຕີນພູທີ່ມີຄວາມກວ້າງ 3,4 ແມັດ ແລະ ສູງ 3,75 ແມັດ ເຂົ້າໄປໃນຕີນພູ ມີ ຄວາມຍາວກວ່າ 1.250 ແມັດ ແລະ ສົ່ງນໍ້າຜ່ານຮ່ອງນໍ້າຄອນກຣີດເສີມເຫຼັກຂະໜາດຄວາມກວ້າງ 3,4 ແມັດ ສູງ 3,75 ແມັດ ທີ່ມີຄວາມຍາວເລາະຕາມຕີນພູ ຫຼາຍກວ່າ 5.085 ແມັດ ພ້ອມທັງມີທາງນໍ້າລົ້ນ ຫຼື spillway ເພື່ອກໍລະນີສຸກເສີນເຖິງ 2 ບ່ອນ ຄື: ມີປະຕູລັດ ແລະ ຖິ້ມຕະກອນກ່ອນທີ່ນໍ້າຈະມາລວມກັນທີ່ອ່າງນໍ້ານິ້ງ ຂະໜາດຄວາມຍາວ 77 ແມັດ ກວ້າງ 10,6 ແມັດ ເລິກ 3,75 ແມັດ ແລະ ຈະຖືກປ່ອຍລົງມາຕາມທໍ່ສົ່ງນໍ້າ ( Buried, Spiral welding ) ເຂົ້າໂຮງຜະລິດກະແສໄຟຟ້າທີ່ມີຄວາມຍາວ 240 ແມັດ ສູງຈາກລະດັບຮັບນໍ້າເຖິງ 112,14 ແມັດ ເພື່ອຂັບເຄື່ອນເຄື່ອງຈັກຜະລິດກະແສໄຟຟ້າຫຼັກ 2 ເຄື່ອງຈັກ ທີ່ສາມາດຜະລິດກະແສໄຟຟ້າໄດ້ 7,4 MW ແລະ ອີກ 1 ເຄື່ອງຈັກທີ່ສາມາດຜະລິດກະແສໄຟຟ້າໄດ້ 4,4 MW ເຮັດໃຫ້ໂຮງຜະລິດກະແສໄຟຟ້າແຫ່ງນີ້ ສາມາດຜະລິດກະແສໄຟຟ້າໄດ້ຫຼາຍເຖິງ 19,2 MW.
ພາຍໃນໂຮງຜະລິດໄດ້ມີການນໍາເອົາເຕັກໂນໂລຊີເຂົ້າມາເປັນໂຕຄວບຄຸມ ແລະ ກວດສອບລະບົບການຜະລິດທັງໝົດກ່ອນທີ່ຈະໃຫ້ວິຊາການເຂົ້າກວດສອບໂດຍລະອຽດອີກເທື່ອໜຶ່ງ, ກະແສໄຟຟ້າທັງໝົດຖືກສົ່ງເຂົ້າລະບົບ115KV ຂອງໄຟຟ້າລາວໄປເຖິງສະຖານີທົ່ງຄູນ 2 ແຂວງໄຊສົມບູນ.

ທາງໂຄງການຍັງໄດ້ມອບທຶນຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານນາໂພ ເມືອງລ້ອງຊານ ແຊວງໄຊສົມບູນ ມູນຄ່າ 300 ລ້ານກີບ.

ໂອກາດດັ່ງກ່າວນີ້, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະປະທານ ໄດ້ພ້ອມກັນຂຶ້ນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ປ່ອຍປູ່ມເປົ້າເປີດນຳໃຊ້ເຂື່ອນໄຟຟ້ານ້ຳລົ້ນ ນ້ຳຜາໃຫຍ່ ຢ່າງເປັນທາງການ.