ທາງລົດໄຟລາວ-ຈີນ ເລີ່ມວາງຂາງຂົວຄັ້ງທຳອິດເຂດພາກເໜື

377

ວັນເວລານັບຈໍ້ເຂົ້າມາເທື່ອລະໜ້ອຍ ບໍ່ດົນກໍ່ຈະຮອດເວລານັດໝາຍເປີດນຳໃຊ້ເສັ້ນທາງລົດໄຟທີ່ວ່າກັນໄວ້ 2021 ສະນັ້ນຜູ້ຮັບເໝົາກໍ່ຕ້ອງເຮັດວຽກໜັກທັງເວນ ແລະຄືນ ໃຫ້ທຸກຢ່າງສຳເລັດຕາມທີ່ນັດໝາຍໄວ້ ໂດຍວັນທີ 26 ພະຈິກ 2019ນີ້ຢູ່ທີ່ນາເຕີຍໄດ້ຈັດພິທີລິເລີ່ມວາງຂາງຂົວຄັ້ງທຳອິດເຂດພາກເໜືອຂອງໂຄງການທາງລົດໄຟລາວ-ຈີນ.

ເຂົ້າຮ່ວມທ່ານ ບູນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນ້ຳທາ,ທ່ານ ຫວູ໋ຫຼິງ ຫົວໜ້າຜູ້ຊິ້ນຳລວມໂຄງການເສັ້ນທາງລົດໄຟລາວ-ຈີນ,ມີຫົວໜ້າບໍລິສັດທາງລົດໄຟລາວ-ຈີນເລກ 5,ສະພາປະຊາຊົນແຂວງ,ອາດິດການນຳ,ຫົວໜ້າໄກ່ເກ່ຍ,ພະນັກງານວິຊາການ ແລະ ປະຊາຊົນບ້ານນາເຕີຍເຂົ້າຮ່ວມ.

ເຊິ່ງສະໜາມຫຼໍ່ຂາງຂົວນາເຕີຍ ຂອງໂຄງການທາງລົດໄຟລາວ-ຈີນ ແມ່ນບໍລິສັດກໍໍ່ສ້າງທາງລົດໄຟເລກ 5 ສປ ຈີນ ຮັບຜິດຊອບຜະລິດຫຼໍ່ຂາງຂົວ ນອນຢູ່ໃນຊ່ວງສັນຍາI, ຮັບຜິດຊອບໜ້າທີ່ຜະລິດຫຼໍ່ຂາງຂົວລາງດ່ຽວ ໂຕ (T) ທັງໝົດ 309,5 ຄູ່ ແລະ ວຽກກໍໍ່ສ້າງ ກ່ຽວກັບການເຊື່ອມຈອດຂອງຂົວ, ຂາງຂົວ ທີ່ມີຄວາມຍາວ 24 m ມີ39 ຄູ່, ຍາວ 32 m ມີ 270,5 ຄູ່,ໄລຍະກໍໍ່ສ້າງຂອງສັນຍາແມ່ນເລີມແຕ່ວັນທີ 1/12/2018 – 15/11/2020, ມູນຄ່າສັນຍາ: 102,140,193 ຢວນ.

ຊ່ວງສັນຍານີ້ ຂື້ນກັບຂອບເຂດແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ຢູ່ແລບ ຕາມແລວທາງ ແມ່ນໄດ້ຜ່ານ ບ້ານບໍໍ່ເຕ່ນ, ນາເຕີຍ, ນາໝໍ້ ແລະ ນາທົໍ່ງ; ຂອບເຂດວາງຂາງຂົວເລີມແຕ່ຈຸດ DK3+425 ຫາ D3K41+000 ມີຄວາມຍາວທັງໝົດ 37,575 km, ລວມມີຂົວທັງໝົດ 27 ແຫ່ງ.

ສະໜາມຫຼໍ່ຂາງຂົວນາເຕີຍແມ່ນໄດ້ເລີ່ມວາງຂາງຂົວໃນວັນທີ 26 ພະຈິກ 2019, ການ ວາງຂາງຂົວ ແມ່ນຈະນໍາໃຊ້ກົນຈັກ ຍົກໄດ້180 ໂຕນ ເພື່ອຍົກ, ເຄື່ອນຍ້າຍ ແລະ ຕິດຕັັ້ງຂາງຂົວ, ພ້ອມທັງນໍາໃຊ້ລົດ ເພື່ອຂົນສົໍ່ງຂາງຂົວ ຂະໜາດ LPLC200TK,TLQ100-102 ແລະ ວິທີການກໍໍ່ສ້າງຈະ ນໍາໃຊ້ໂຄງເຫຼັກກົນຈັກສໍາລັບວາງຂາງຂົວ JQT180, ການກໍໍ່ສ້າງວາງຂາງຂົວແມ່ນຈະເລີມວາງມາເບື້ອງ ບໍໍ່ເຕ່ນກ່ອນ ລວມມີຂົວ 7 ແຫ່ງ ຈະໄດ້ນໍາໃຊ້ ຂາງຂົວ 102.5 ຄູ່, ເຊິ່ງໄດ້ຜ່ານຊັັ້ນພື້ນທາງລົດໄຟ 8 ຈຸດ ແລະ 2 ອຸໂມງ.

 

ສ່ວນການວາງຂາງຂົວລົງໄປທາງເມືອງນາໝໍ້ ລວມມີຂົວ 20 ແຫ່ງ ຈະໄດ້ນໍາໃຊ້ ຂາງຂົວ 207 ຄູ່, ເຊີ່ງໄດ້ຜ່ານຊັັ້ນພື້ນທາງລົດໄຟ 26 ຈຸດ ແລະ 6 ອຸໂມງ, ອີງຕາມແຜນການທີ່ໄດ້ກຳນົດໄວ້ໜ້າວຽກ ການວາງຂາງຂົວ ແມ່ນຈະໃຫ້ສໍາເລັດໃນວັນທີ 30 ມີຖຸນາ 2020.

ຂ່າວ: ກິ່ນນາລົມ, ຫຼວງນ້ຳທາ