ເມສຊີ ສ້າງສະຖິຕິຍິງປະຕູໃສ່ຫຼາຍທີມທີ່ສຸດໃນ ຢູຟາ ແຊັມປ້ຽນລີກ

78
Barcelona's Lionel Messi runs with the ball past Dortmund's Axel Witsel, left, during a Champions League group F soccer match between Barcelona and Borussia Dortmund at the Camp Nou stadium in Barcelona, Spain, Wednesday, Nov. 27, 2019. (AP Photo/Emilio Morenatti)

ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ສະໂມສອນໃນ ລາລີກາ ແອັດສະປາຍ ສ້າງສະຖິຕິຍິງປະຕູໃສ່ຫຼາຍທີມທີ່ສຸດໃນ ຢູຟາ ແຊັມປ້ຽນລີກ ດ້ວຍຈໍານວນ 34 ທີມ ຫຼັງຈາກນັດຫຼ້າສຸດຊ່ວຍໃຫ້ ບາເຊໂລນາ ເອົາຊະນະ ໂບຣຸສເຊຍ ດ໊ອດມູນ 3-1 ໃນກຸ່ມ F ເມື່ອວັນທີ 27 ພະຈິກ 2019.

ເມສຊີ ເປັນຄົນທີ່ຍິງປະຕູທີ 2 ໃຫ້ກັບ ບາເຊໂລນາ ຈາກຜົນດັ່ງກ່າວເຮັດໃຫ້ ລາວຂຶ້ນນໍາໃນສະຖິຕິດັ່ງກ່າວແບບດ່ຽວໆ ໂດຍມີ ຣາອູລ ກອນຊາເລຊ ແລະ ຄຣິສເຕຍໂນ ໂຣນັລໂດ ທີ່ຍິງໃສ່ຈໍານວນ 33 ທີມ. ນອກນັ້ນ ປະຕູດັ່ງກ່າວຍັງເປັນປະຕູທີ 2 ຂອງ ເມສຊີ ໃນຢູຟາ ແຊັມປ້ຽນລີກ ລະດູການ 2019-2020 ອີກດ້ວຍ.