ເພີ່ມຄວາມຊຸ່ມຊື່ນໃຫ້ຜິວໃນລະດູໜາວດ້ວຍນ້ຳໝາກແຕງ

243

ໝາກແຕງ ອຸດົມໄປດ້ວຍຄຸນປະໂຫຍດທີ່ສຳຄັນຫຼາຍຢ່າງ ໂດຍມີຜົນຕໍ່ສຸຂະພາບຜິວພັນໄດ້ເປັນຢ່າງດີ ແລະ ເປັນສານຕັ້ງຕົ້ນໃນການສັງເຄາະທີ່ໃຫ້ ຄວາມຊຸ່ມຊື່ນແບບທຳມະຊາດ ຫຼື Natural Moisturizing Factors ( NMFs ), ມີກົດອະມິໂນ ( Cystine ) ແລະ ຍັງມີ ( Methionine ) ທີ່ຊ່ວຍເຮັດໃຫ້ເກີດຄວາມຫົດຢືດແກ່ຜິວອີກດ້ວຍ.

ສ່ວນປະສົມ: ໝາກແຕງ 2 ໜ່ວຍ, ນ້ຳໝາກນາວ 1 ບ່ວງແກງ, ນ້ຳເຊື່ອມ 2 – 3 ບ່ວງແກງ, ນ້ຳສະອາດ 1 ຈອກ, ນ້ຳກ້ອນ 1/2 ຈອກ, ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:

ລ້າງໝາກແຕງໃຫ້ສະອາດ, ຊອຍເປັນຕ່ອນພໍປະມານເພື່ອໃຫ້ປັ່ນໄດ້ສະດວກ ແລະ ເອົາໝາກແຕງແຊ່ເຢັນໄວ້ໃຫ້ເຢັນໆ ຫຼື ຈະແຊ່ຈົນແຂງເລີຍກໍໄດ້. ຈາກນັ້ນ, ເອົາໝາກແຕງລົງໃສ່ເຄື່ອງປັ່ນພ້ອມກັບນ້ຳໝາກນາວ, ນ້ຳເຊື່ອມ, ນ້ຳສະອາດ, ເກືອ ແລະ ນ້ຳກ້ອນລົງປັ່ນໃຫ້ເຂົ້າກັນຈົນລະອຽດດີ.

ຊີມລົດຊາດຕາມໃຈມັກຖ້າສົ້ມເກີນໄປກໍເອົານ້ຳເຊື່ອມໃສ່ເພີ່ມ ຖອກໃສ່ຈອກຕົກແຕ່ງຈອກດ້ວຍໝາກນາວ ຫຼື ໝາກແຕງຊອຍບາງໆສຽບໃສ່ຈອກ ເທົ່ານີ້ກໍພ້ອມເສີບຄວາມຊຸ່ມຊື່ນ ແລະ ສົດໃສໃຫ້ຜິວພັນຂອງເຮົາໄດ້ແລ້ວດ້ວຍວິທີແສນງ່າຍ.

( ຂໍ້ມູນຈາກ: sistacafe.com, ຮຽບຮຽງ: ນຸ້ມນິ້ມ )