ບໍລິສັດຮຸນໄດ ກຽມເປີດໂຮງງານແຫ່ງທຳອິດໃນອາຊຽນ ທີ່ປະເທດອິນໂດເນເຊຍ

105

ບໍລິສັດຮຸນໄດ ມໍເຕີ ຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງເກົາຫຼີໃຕ້ ປະກາດໂຄງການກໍ່ສ້າງໂຮງງານແຫ່ງທຳອິດ ໃນອາຊີຕາເວັນອອກສ່ຽງໃຕ້ ທີ່ປະເທດອິນໂດເນເຊຍ ຕັ້ງເປົ້າໝາຍທີ່ຈະເລີ່ມຕົ້ນການຜະລິດ ພາຍໃນອີກ 2 ປີຕໍ່ໜ້າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 28 ພະຈິກ ວ່າ ບໍລິສັດຮຸນໄດ ຜູ້ຜະລິດລົດລາຍໃຫຍ່ທີ່ສຸດໃນເກົາຫຼີໃຕ້ ປະກາດເມື່ອວັນພຸດ ກ່ຽວກັບການຂະຫຍາຍທຸລະກິດສູ່ອາຊີຕາເວັນອອກສ່ຽງໃຕ້ໃຫ້ຫຼາຍຂື້ນ ໂດຍຮຸນໄດ ໄດ້ເລືອກປະເທດອິນໂດເນເຊຍເປັນສະຖານທີ່ກໍ່ສ້າງໂຮງງານຜະລິດລົດຍົນແຫ່ງທຳອິດ ໃນອາຊີຕາເວັນອອກສ່ຽງໃຕ້ ທີ່ເມືອງເບກາຊີ ເຂດຊານເມືອງຂອງນະຄອນຫຼວງຈາກາຕ້າ ສຳລັບຄ່າໃຊ້ຈ່າຍໃນການກໍ່ສ້າງໄດ້ວາງງົບປະມານໄວ້ 1,55 ຕື້ໂດລາສະຫະລັດ (ກວ່າ 13,74 ພັນຕື້ກີບ) ແລະ ກຳນົດການເດີນໜ້າການຜະລິດ ພາຍໃນທ້າຍປີ 2021 ເບື້ອງຕົ້ນໄດ້ຕັ້ງເປົ້າໝາຍຜະລິດລົດໃຫ້ໄດ້ປີລະ 1,5 ແສນຄັນ ໃນໄລຍະ ທຳອິດ ກ່ອນທີ່ຈະຄ່ອຍໆເພີ່ມຂື້ນເປັນ 2,5 ແສນຄັນຕໍ່ປີ.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน

ຂະນະດຽວກັນ ຖະແຫຼງການຂອງຮຸນໄດ ລະບຸວ່າ ການເປີດໂຮງງານໃນອາຊີຕາເວັນອອກສ່ຽງໃຕ້ຈະຊ່ວຍໃຫ້ບໍລິສັດຫຼຸດຜ່ອນຄ່າໃຊ້ຈ່າຍຈາກກຳແພງພາສີໃນອຸດສາຫະກຳຍານຍົນທົ່ວໂລກ ເຊິ່ງປັດຈຸບັນມີອັດຕາ ລະຫວ່າງ 5% – 80%. ນອກຈາກນັ້ນ, ເຖິງວ່າໂຮງງານດັ່ງກ່າວຕັ້ງຢູ່ປະເທດອິນໂດເນເຊຍ ແຕ່ບໍລິສັດຮຸນໄດ ເຊື່ອໝັ້ນວ່າ ຈະສາມາດກະຈາຍຜົນປະໂຫຍດໃຫ້ແກ່ປະເທດຮ່ວມພາກພື້ນໄດ້ເຊັ່ນກັນ ໃນການເປັນ “ທາງເລືອກໃໝ່” ຈາກອຸດສາຫະກຳຜະລິດລົດໃຫຍ່ຂອງຍີ່ປຸ່ນ.

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังนั่ง

ທັງນີ້ ແຜນການດັ່ງກ່າວຂອງຮຸນໄດ ຖືວ່າສອດຄ່ອງກັບ “ນະໂຍບາຍພາກໃຕ້ໃໝ່” ຂອງປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ເຊິ່ງມີຈຸດປະສົງເພື່ອເພີ່ມທະວີສາຍສຳພັນ ແລະ ຄວາມຮ່ວມມືກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເພື່ອການຖ່ວງດຸນອຳນາດຂອງຈີນ ແລະ ຍີ່ປຸ່ນ. ໂດຍໃນອາທິດນີ້, ລັດຖະບານເກົາຫຼີໃຕ້ເປັນເຈົ້າພາບຈັດກອງປະຊຸມພິເສດຮ່ວມກັບຜູ້ນຳຈາກ 10 ປະເທດສະມາຊິກຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທີ່ເມືອງປູຊານ.