ລັດຖະບານ ວາງ 6 ເປົ້າໝາຍ ເພື່ອຄວາມໝັ້ນຄົງດ້ານສະບຽງ ປີ 2020

231

ເພື່ອຮັບປະກັນຄວາມໝັ້ນຄົງການສະໜອງສະບຽງອາຫານໃຫ້ພຽງພໍ, ຫັນການຜະລິດເປັນອຸດສາຫະກໍາ ແລະ ທັນສະໄໝ; ຜະລິດກະສິກໍາໄປຕາມທິດກະສິກໍາສະອາດ ແລະ ປອດໄພຕໍ່ການບໍລິໂພກ.ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ອອກຂໍ້ຕົກລົງ ແລະ ປະກາດໃຊ້ຍຸດທະສາດພັດທະນາການປູກຝັງຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ສະບັບເລກທີ 0361/ກປ, ລົງວັນທີ 02 ມີນາ 2015.ເຊິ່ງວິໄສທັດຂອງຂະແໜງການປູກຝັງ ແມ່ນເນັ້ນຄວາມທັນສະໄໝ, ສະອາດ, ປອດໄພ ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງເປັນສິນຄ້າ ໂດຍການເນັ້ນການຜະລິດພືດສະບຽງ ແລະ ພືດສິນຄ້າ ໃຫ້ຜະລິດຕະພັນພືດພຽງພໍກັບຄວາມຕ້ອງການພາຍໃນມີຄວາມປອດໄພຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.
ເຊິ່ງໃນປີ 2020 ລັດຖະບານ ກໍ່ຄື ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງ 6 ເປົ້າໝາຍລວມ ແລະ 2 ຄາດໝາຍສູ້ຊົນ ດັ່ງນີ້:


6 ເປົ້າໝາຍລວມຂອງຍຸດທະສາດພັດທະນາການປູກຝັງ ຂອງ ສປປ ລາວ ເພື່ອເຮັດໃຫ້ຜົນຜະລິດ ແລະ ຜະລິດຕະພັນມີຄວາມປອດໄພ ແລະ ຂະຫຍາຍຕົວໄປຕາມທິດກະສິກໍາສະອາດຮັບປະກັນສະບຽງອາຫານຢ່າງໜັກແໜ້ນ, ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງຢ່າງພຽງພໍ ແລະ ເປັນສິນຄ້າທີ່ຍອມຮັບຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ ໂດຍການຊຸກຍູ້ການຜະລິດພືດສິນຄ້າບຸລິມະສິດ (ມັນຕົ້ນ, ອ້ອຍ, ຢາສູບ,ກາເຟ ແລະ ສາລີອາຫານສັດ) ເພື່ອສົ່ງອອກໃຫ້ບັນລຸ 1 ຕື້ໂດລາ.


ຄຽງຄູ່ກັນນີ້, ເພື່ອເຮັດໃຫ້ຂະແໜງການປູກຝັງຂອງ ສປປ ລາວ ມີຄວາມເຂັ້ມແຂງ, ມີລະບົບການປະສານງານແຕ່ສູນກາງຮອດທ້ອງຖິ່ນ ຕາມພາລະບົດບາດຄຸ້ມຄອງຂະແໜງການ, ຂໍ້ກໍານົດກົດລະບຽບ ຖືກຈັດຕັ້ງປະຕິບັດ ແລະ ມີຜົນບັງຄັບໃຊ້, ລະບົບຂໍ້ມູນຂ່າວສານ ໄດ້ຮັບການປັບປຸງໃຫ້ສາມາດເຊື່ອມຕໍ່ທັງພາຍໃນ ແລະ ສາກົນ ໂດຍມີນິຕິກໍາເປັນບ່ອນອິງ ໃນການຈັດຕັ້ງປະຕິບັດ; ສ້າງລະບົບການຄຸ້ມຄອງການຜະລິດກະສິກໍາສະອາດ ໄດ້ຮັບການພັດທະນາຕາມມາດຕະຖານ ແລະ ເປັນທີ່ຍອມຮັບຂອງຕະຫຼາດພາຍໃນ ແລະ ສາກົນ. ໃນນີ້ ຕ້ອງສູ້ຊົນຜະລິດພືດຕາມທິດກະສິກໍາສະອາດໃຫ້ກວມເອົາ 20% ຂອງເນື້ອທີ່ປູກພືດທົ່ວປະເທດ. ໃນນັ້ນ, ເຄິ່ງໜຶ່ງຕ້ອງໄດ້ຮັບການຢັ້ງຢືນຕາມມາດຕະຖານ ການຜະລິດກະສິກໍາສະອາດ.


ພ້ອມນັ້ນ, ສ້າງຄວາມເຂັ້ມແຂງດ້ານວຽກງານການປ້ອງກັນພືດ ເພື່ອຮັບປະກັນການຜະລິດພືດ ແລະ ອໍານວຍຄວາມສະດວກດ້ານການຄ້າພືດ, ຜະລິດຕະພັນພືດກັນພາກພື້ນ ແລະ ສາກົນ ດ້ວຍການສ້າງ ແລະ ຂະຫຍາຍຕາໜ່າງປ້ອງກັນພືດ ໃນຂອບເຂດທົ່ວປະເທດ. ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງສັດຕູພືດ ພ້ອມທັງປັບປຸງລະບົບສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ໄດ້ມາດຕະຖານສາກົນ ຕາມຫຼັກການຂອງອົງການການຄ້າໂລກ.
ກໍານົດເຂດຈຸດສຸມການຜະລິດພຶດສະບຽງອາຫານ, ພຶດສິນຄ້າ ໂດຍນໍາໃຊ້ທ່າແຮງທາງດ້ານຊັບພະຍາ ກອນທໍາມະຊາດ, ເອກະລັກວັດທະນະທໍາ ແລະ ພູມປັນຍາຂອງທ້ອງຖິ່ນໃນເຂດພູດອຍ ແລະ ເຂດທົ່ງພຽງ ໃຈຂອບເຂດທົ່ວປະເທດ;
ໝູນໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ໂດຍການຄຸ້ມຄອງລະບົບການຜະລິດ, ການຈັດສັນນໍາໃຊ້ດິນ ແລະ ແຫຼ່ງນໍ້າຢ່າງເໝາະສົມ ພ້ອມທັງກໍານົດມາດຕະການ ແລະ ສ້າງທ່າແຮງໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ.


ສ່ວນຄາດໝາຍສູ້ຊົນໃນການຜະລິດສິນຄ້າກະສິກໍາຮອດປີ 2020 ມີດັ່ງນີ້: ຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສໍາລັບບໍລິໂພກເຊັ່ນ: ສາລີຫວານ 228.000 ໂຕນ, ເຜືອກມັນ 304.000 ໂຕນ, ປະເພດໄມ້ໃຫ້ໝາກ 800.000 ໂຕນ ແລະ ພືດຜັກອື່ນໆ 1,5 ລ້ານໂຕນ.
ການຜະລິດສິນຄ້າກະສິກໍາ: ສູ້ຊົນເຮັດໃຫ້ການຜະລິດສິນຄ້າກະສິກໍາ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ຕິດພັນກັບການປັບປຸງກຸ່ມຊາວກະສິກອນ, ສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກໍາຢ່າງແຂງແຮງ ເພື່ອເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າສືບຕໍ່ຂະຫຍາຍຕົວ ດັ່ງນີ້: ຜະລິດເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກໃຫ້ໄດ້ປະມານ 1 ລ້ານໂຕນເຂົ້າເປືອກ ໂດຍເພີ່ມສັດສ່ວນເຂົ້າຈ້າວກວມເອົາ 35% ໄປຄວບຄູ່ກັບການສົ່ງເສີມການປູກເຂົ້າ ທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນຕົ້ນເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ການສົ່ງເສີມເຂົ້າພັນປັບປຸງໃໝ່ທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດເປັນຕົ້ນ ເຂົ້າທ່າດອກຄໍາ, ເຂົ້າທ່າສະໂນ, ເຂົ້າໂພນງາມ ແລະ ເຂົ້າຫອມອື່ນໆ.


ຮັບປະກັນຜົນຜະລິດຕາມມາດຕະຖານກະສິກໍາ (GAP) ໂດຍເລັ່ງໃສ່ຕະຫຼາດພາກພື້ນ ແລະ ສາກົນ, ສໍາລັບບັນດາທົ່ງພຽງນ້ອຍ ແລະ ທົ່ງພຽງກາງຂອງແຂວງພາກເໜືອ ແມ່ນສຸມໃສ່ຜະລິດເຂົ້າເປັນສິນຄ້າເພື່ອສະໜອງໃຫ້ ສປ ຈີນ ໂດຍນໍາໃຊ້ແນວພັນເຂົ້າທີ່ຕະຫຼາດຈີນຕ້ອງການ; ຊຸກຍູ້ການຜະລິດອາຫານສັດໃຫ້ໄດ້ 1,3 ລ້ານໂຕນ, ກາເຟ 120.000 ໂຕນ, ອ້ອຍ 2 ລ້ານໂຕນ, ມັນຕົ້ນ 1,5 ລ້ານໂຕນ ແລະ ຖົ່ວເຫຼືອງ 50.000 ໂຕນ.