ຮ່ວມໂຫວດໃຫ້ຄະແນນລາງວັນຂວັນໃຈມະຫາຊົນ

291
ກອງປະກວດນາງສາວລາວ 2019 ໄດ້ເປີດໂຫວດໃນຄະແນນ ລາງວັນຂວັນໃຈມະຫາຊົນ ມາແຕ່ວັນທີ 13 ພະຈິກ 2019 ຜ່ານມາ. 1 ທ່ານ ສາມາດໂຫວດໄດ້ 20 ຄັ້ງຕໍ່ມື້ ( ສາມາດໂຫວດໄດ້ຫຼາຍກວ່າ 1 ນາງສາວໃນ 20 ຄັ້ງ ) ຄະແນນຈະສະສົມຕັ້ງແຕ່ມື້ເປີດໂຫວດຈົນຮອດມື້ປະກວດຮອບຕັດສິນ ແລະ ຄະແນນຈະນັບຈາກການໂຫວດຜ່ານເວັບໄຊເທົ່ານັ້ນ. ຜ່ານຈາກການໂຫວດຮອບວັນທີ 25 ພະຈິກ 2019 ໂຄງການປະກວດນາງສາວລາວ ໃຫ້ຮູ້ວ່າ: ຜູ້ທີ່ມີຄະແນນນຳເປັນອັນດັບ 1 ໄດ້ແກ່ 1 ML 26 ນາງ ມະນີພອນ ສີຫາໄຊຍະແສງ 37.080 ຄະແນນ. ອັນດັບ 2 ML 02 ນາງ ບຸດດາວ ຈັນທະລີ 32.133 ຄະແນນ. ອັນດັບ 3 ML 30 ນາງ ຈູມມະລີ ໄຊວຸດທິ 26.016 ຄະແນນ. ອັນດັບ 4 ML 12 ນາງ ຕິກຕາ ຄໍາວົງເຮືອງ 24.297 ຄະແນນ. ອັນດັບ 5 ML 29 ນາງ ສຸກດາວັນ ໄຊຍະເສນາ 21.903 ຄະແນນ.
ທ່ານສາມາດສົ່ງແຮງໃຈ ແລະ ຮ່ວມເຊຍນ້ອງໆທັງ 40 ຄົນ ໃນມື້ຕັດສິນວັນທີ 7 ທັນວາ 2019 ທີ່ ສູນການຄ້າໄອເຕັກ ມໍ ຊັ້ນ 7 ຖ່າຍທອດສົດຜ່ານທາງໂທລະພາບທີວີລາວ ແລະ Facebook page: Miss Laos ນາງສາວລາວ ຫຼື ສາມາດຮ່ວມໂຫວດໄດ້ທາງ www.misslaos.la/contestants/top40.
( ຂ່າວ: ນຸ້ມນິ້ມ,  ຮູບ: ນາງສາວລາວ )