ຕະຫຼາດນັດຜະລິດຕະພັນກະສິກຳລາວ 9 ຕົວເມືອງ ຈະຈັດຂຶ້ນທ້າຍເດືອນນີ້

239

ງານຕະຫຼາດນັດຜະລິດຕະພັນກະສິກຳລາວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ 2019 ຫາວັນທີ 1 ທັນວາ 2019 ທີ່ເດີ່ນຈອດລົດສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງຂະບວນການຊຸກຍູ້, ສົ່ງເສີມການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະສິກຳໃຫ້ຊາວກະສິກອນລາວ.

ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ລົງວັນທີ 30 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ແລະ ຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 3784/ກງ ລົງວັນທີ 20 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກຄະນະສະເພາະກິດ, ທັງເປັນການສ້າງຂະບວນການຊົມເຊີຍກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ ທີ່ຈະມາເຖິງນີ້.

ງານຕະຫຼາດນັດດັ່ງກ່າວ ຈັດໂດຍກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ( ຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະ    ໂພກ – ບໍລິໂພກ ) ເວົ້າລວມ, ເວົ້າສະເພາະໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພາກທຸລະກິດທົ່ວສັງຄົມໃຫ້ຫັນມານິຍົມ ແລະ ຊົມໃຊ້ສິນຄ້າທີ່ຜະລິດໄດ້ຢູ່ພາຍໃນຫຼາຍຂຶ້ນ, ສົ່ງເສີມການຜະລິດສິນຄ້າກະສິກຳໃຫ້ມີບ່ອນຈຳໜ່າຍ, ສ້າງເງື່ອນໄຂສະດວກແກ່ຜູ້ຜະລິດ ແລະ ຜູ້ຊື້ໄດ້ພົບປະແລກປ່ຽນຂໍ້ມູນຮ່ວມກັນ.

ງານຕະຫຼາດນັດຜະລິດຕະພັນກະສິກຳລາວ ໄດ້ເຊີນເອົາຜູ້ປະກອບການຜະລິດເປັນສິນຄ້າຈາກ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ແລະ ຄັດເອົາຜູ້ຕາງໜ້າການຜະລິດສິນຄ້າກະສິກຳ ເຂົ້າຮ່ວມ 6 ຫົວໜ່ວຍ/ເມືອງ, ເລືອກທຸລະກິດໂອດ໊ອບ, ສິນຄ້າອຸປະໂພກ – ບໍລິໂພກ, ສິນຄ້າຈາກພໍ່ຄ້າ – ແມ່ຄ້າຄົນກາງ ແລະ ສິນຄ້າຄອບຄົວຕົວແບບ, ສິນຄ້າຂອງບັນດາກຸ່ມຜະລິດພືດຜັກປອດສານພິດ ຢ່າງລະ 2 ຫົວໜ່ວຍເຂົ້າຮ່ວມ.