ຊົມເຊີຍ! ນັກຮຽນລາວ ໄວ 15 ປີ ຂຶ້ນສະແດງຄວາມສາມາດໃນເວທີສາກົນ

195

ຊື່ນໃຈ ແລະ ດີໃຈນ້ອງ ປານີພອນ ຫຼື ນິກກ້າ, ໄວ 15 ປີ ນັກຮຽນລາວ ຈາກ ມ.ສ ວຽງຈັນ ທີ່ມີຄວາມສາມາດ ທາງດ້ານການຮຽນ ແລະ ທັກສະການສື່ສານພາສາອັງກິດ ທີ່ໄດ້ເປັນຕົວແທນ ເດັກນ້ອຍລາວ ຂຶ້ນກ່າວປາໄສໃນເວທີໂລກ ທີ່ນະຄອນຫຼວງນິວຢອກ ປະເທດ ສະຫະລັດອາເມລິກາ. ເຊິ່ງຖືໄດ້ວ່າເປັນອີກໜຶ່ງນ້ອງທີ່ສາມາດສ້າງຊື່ສຽງໃຫ້ປະເທດລາວເປັນທີ່ຮູ້ຈັກ ໃນເວທີສາກົນ.

ເມື່ອອາທິດທີ່ຜ່ານມາ ນາງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກໂຮງຮຽນ ມັດທະຍົມ ສົມບູນວຽງຈັນ ເປັນຕົວແທນເດັກ ຈາກ ສປປ ລາວ ໄດ້ຂຶ້ນກ່າວປາໄສ ສະເໜີກ່ຽວກັບການສຶກສາ ແລະ ສິ່ງແວດລ້ອມ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ.

ນ້ອງ ນິກກ້າ ໃຫ້ຮູ້ວ່າ: ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະ ທັກສະພາສາອັງກິດ, ອ່ານທົບທວນເນື້ອໃນຕ່າງໆກ່ຽວກັບບັນຫາ ລວມທັງຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ.


ນິກກ້າ ບອກວ່າ: ເຖິງຈະຝຶກຢູ່ຕະຫຼອດກໍ່ຕ້ອງໄດ້ຝຶກໜັກຂຶ້ນ ເພາະນີ້ເປັນເວທີໃຫຍ່ລະດັບໂລກ ແລະ ເປັນຄັ້ງທຳອິດທີ່ໄດ້ເດີນທາງໄປສະຫະລັດອາເມລິກາ ແລະ ມີຄວາມຕື່ນເຕັ້ນຫຼາຍ ເພາະເວທີນີ້ເປັນຄັ້ງທຳອິດທີ່ໄດ້ຂຶ້ນກ່າວໃນເວທີສາກົນ ແຕ່ກໍຕັ້ງໃຈ ແລະ ພະຍາຍາມເຮັດອອກມາໃຫ້ດີທີ່ສຸດ.

ສຳລັບຫົວຂໍ້ທີ່ຂຶ້ນກ່າວ ແມ່ນໄດ້ເວົ້າເຖິງການລະບົບການສຶກສາຢູ່ ສປປ ລາວ ແລະ ວິໄສທັດຂອງເດັກນ້ອຍລາວໃນປີ 2030 ຫຼື Lao Generation 2030 ລວມໄປເຖິງຢາກໃຫ້ມີການເຂົ້າເຖິງອິນເຕີເນັດ ແລະ ເຕັກໂນໂລຊີຫຼາຍຍຂຶ້ນໃນທຸກຂົງເຂດໃນທົ່ວປະເທດ ແລະ ຢາກໃຫ້ເດັກລາວທຸກຄົນໄດ້ຮຽນຈົບຊັ້ນມັດທະຍົມຕົ້ນເປັນຢ່າງຕ່ຳ.

ນິກກ້າກ່າວ່າ: ຮູ້ສຶກດີໃຈ ແລະ ເປັນກຽດຫຼາຍທີ່ເປັນໜຶ່ງຕົວແທນໃນຄັ້ງນີ້ ແລະ ຂໍຂອບໃຈມາຍັງ ທຸກໆພາກສ່ວນທີ່ໄດ້ສະໜັບສະໜູນ ທີ່ເຮັດໃຫ້ນ້ອງໄດ້ເປັນຕົວແທນຂຶ້ນກ່າວປາໄສໃນຄັ້ງນີ້. ສໍາລັບບົດຮຽນ, ຄວາມຮູ້ ແລະ ປະສົບການທີ່ໄດ້ພົບພໍ້ ນ້ອງຈະນຳມາເຜີຍແຜ່ໃຫ້ໝູ່ເພື່ອນ, ອ້າຍເອື້ອຍນ້ອງ ແລະ ທຸກໆຄົນໄດ້ຮັບຮູ້. ລວມທັງເອົາບົດຮຽນ, ປະສົບການຈາກການເຂົ້າຮ່ວມ ມາພັດທະນາຕົນເອງ, ພັດທະນາສັງຄົມໃຫ້ດີຂຶ້ນເລື້ອຍໆ.