ອາກາດຈະເຢັນລົງ

77

ໃນໄລຍະກາງຫາທ້າຍອາທິດນີ້ ອຸນຫະພູມອາກາດຈະເຢັນລົງ 1 – 2 ອົງສາ ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສ່ວນຢູ່ນະຄອນຫຼວງວຽງຈັນ ອຸນຫະພູມຕ່ຳສຸດຢູ່ທີ່ 17 ອົງສາ.

ຄາດຄະເນສະພາບອາກາດວັນທີ 27 ພະຈິກ ຫາ 1 ທັນວາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງຫາແຮງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນຕົກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງຕື່ມອີກ 1 – 2 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນແຂວງໄຊສົມບູນ, ເຂດພູສູງ, ຮ່ອມພູ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 27 ພະຈິກ ຫາ 1 ທັນວາ 2019 ອາກາດຈະເຢັນລົງຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ຫຼວງນ້ຳທາ, ເມືອງສິງ ແລະ ເມືອງວຽງພູຄາ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ອາກາດຈະເຢັນຫາໜາວເຢັນ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ ແລະ ມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຂວງສະຫວັນນະເຂດ ອຸນຫະພູມຕ່ຳສຸດ 16 – 18 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 10 – 12 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ພາກໃຕ້: ໃນໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຈຳປາສັກ ແລະ ສາລະວັນ ອຸນຫະພູມຕ່ຳສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ອາກາດໜາວເຢັນລົງຕື່ມອີກໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 7 – 9 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 27 ພະຈິກ ຫາ 1 ທັນວາ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.