ເສດຖະກິດແມັກຊິກເຂົ້າສູ່ພາວະຕົກຕໍ່າ

84

ແມັກຊິກປະເສດມີຂະໜາດເສດຖະກິດທີ່ສຸດອັນດັບ2ຂອງອາເມຣິກາລາຕິນຮອງຈາກບຣາຊິນເຂົ້າສູ່ພາວະເສື່ອມໂຊມໃນ2ໄຕມາດຂອງປີນີ້ ແລະ ມີອັດຕາການຂະຫຍາຍຕົວເປັນ0%ໃນໄລຍະໄຕມາດ3ຕາມຂໍ້ມູນຂອງທາງການແມັກຊິກລາຍງານເມື່ອວັນທີ25ເດືອນ ພະຈິກທີ່ຜ່ານມາ.

ຕົວເລກເສດຖະກິດນີ້ເນັ້ນຢໍ້າໃຫ້ເຫັນເຖິງຜົນງານທາງເສດຖະກິດທີ່ອ່ອນແອຂອງລັດຖະບານແມັກຊິກພາຍໃຕ້ການນໍາຂອງທ່ານ ອັນເດຣດ ມານູເອວ ໂລເປດ ໂອບຣາດໍ ປະທານາທະບໍດີເຊິ່ງກໍາລັງພະຍາຍາມຢ່າງໜັກເພື່ອເຮັດຕາມສັນຍາວ່າຈະເລີ່ມຊຸກຍູ້ເສດຖະກິດໃນປີທໍາອິດທີ່ເຂົ້າມາບໍລິຫານປະເທດ.

ຂໍ້ມູນສະບັບປັບປຸງຂອງສະຖາບັນສະຖິຕິແຫ່ງຊາດແມັກຊິກພົບວ່າ:ເສດະກິດຂອງແມັກຊິກໃນໄລຍະ2ໄຕມາດທໍາອິດຂອງປີນີ້ຫຼຸດລົງໄຕມາດລະ0,1% ແລະ ຢູ່ໃນພາວະງຽບເຫງົາໃນໄຕມາດ3ຫຼັງຈາກເບື້ອງຕົ້ນປະເມີນວ່າເສດຖະກິດຂອງແມັກຊິກຈະຫຼຸດລົງ0,2%ໃນໄຕມາດທໍາອິດຈາກນັ້ນຈະຂະຫຍາຍຕົວ0,1%ໃນໄຕມາດ2ກ່ອນມີການປັບແກ້ເຫຼືອ0% ແລະ ຫົດຕົວອີກຄັ້ງ0,1%ໃນໄຕມາດ3.

 

ຂ່າວດັ່ງກ່າວເປັນການຢືນຢັນວ່າເສດຖະກິດຂອງແມັກຊິກໄດ້ກ້າວເຂົ້າສູ່ພາວະເສື່ອມໂຊມໃນໄລຍະຕົ້ນປີນີ້,ນອກຈາກນີ້ເມື່ອປຽບທຽບກັບແບບປີຕໍ່ປີພົບວ່າເສດຖະກິດໄຕມາດ3ຂອງແມັກຊິກຫຼຸດລົງ2%ຈາກໄລຍະເວລາດຽວກັນຂອງປີ2018.