ອາຍພິດເຮືອນແກ້ວໃນຊັ້ນບັນຍາກາດໂລກຍັງເຂັ້ມຂຸ້ນ

88

ລະດັບຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນຊັ້ນບັນຍາກາດໂລກເມື່ອປີ2018ເພີ່ມຂຶ້ນຈົນເຖິງຂັ້ນທໍາລາຍສະຖິຕິທີ່ມີການບັນທຶກໄວ້ອີກຄັ້ງ.

ອົງການອຸຕຸນິຍົມວິທະຍາໂລກແຈ້ງການວ່າ:ເມື່ອປີ2018,ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນຊັ້ນບັນຍາກາດໂລກເພີ່ມຂຶ້ນໃນອັດຕາສູງກວ່າຄ່າສະເລ່ຍຂອງທັງທົດສະວັດທີ່ຜ່ານມາຄືຢູ່ທີ່407,8ສ່ວນໃນລ້ານສ່ວນ(ppm)ສູງກວ່າຂອງປີ2017ເຊິ່ງຢູ່ທີ່405,5 ppmທັງສູງກວ່າລະດັບກ່ອນສະໄໝອຸດສາຫະກໍາໃນປີ1750ເຖິງ147%.

ສ່ວນຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວອື່ນໆເຊັ່ນມີເທນ ແລະ ໄນຕຣັດອອກໄຊກໍເພີ່ມຂຶ້ນສູງກວ່າຄ່າສະເລ່ຍນໍາເຊັ່ນກັນໂດຍກວ່າ60%ຂອງມີເທນໃນຊັ້ນບັນຍາກາດມາຈາກກິດຈະກໍາຂອງມະນຸດເຊັ່ນປູກຝັງ ແລະ ລ້ຽງສັດເຮັດໃຫ້ມີເທນໃນຊັ້ນບັນຍາກາດໃນປັດຈຸບັນເພີ່ມຂຶ້ນສູງກວ່າໄລຍະຍຸກອຸດສາຫະກໍາເຖິງ259%ສ່ວນໄນຕຣັດອອກໄຊທີ່ບາງສ່ວນມາຈາກການໃຊ້ປຸ໋ຍມີຄວາມເຂັ້ມຂຸ້ນເພີ່ມຂຶ້ນກວ່າ123%ເມື່ອປຽບທຽບກັບປີ1750.

ນັບຕັ້ງແຕ່ປີ1990ເປັນຕົ້ນມາຜົນກະທົບຈາກອາຍພິດເຮືອນແກ້ວຕໍ່ອຸນຫະພູມໂລກທີ່ເພີ່ມຂຶ້ນໂດຍລວມຖືວ່າສູງເຖິງ43%ເຮັດໃຫ້ໂລກຮ້ອນ ແລະ ເກີດການປ່ຽນແປງຂອງອາກາດໂລກເປັນບໍລິເວນກວ້າງ.