ບ່າວ-ສາວ ກອງທັບ ຍັງໂດດເດັ່ນປ້ອງກັນແຊັມບານສົ່ງໃນຮົ່ມຍິງ-ຊາຍ ຊີງຂັນະທານ ສບລ

158

ທີມບານສົ່ງ ສະໂມສອນກະຊວງປ້ອງກັນປະເທດ ( ກອງທັບ ) ຍັງຄອງເບີ 1 ຂອງວົງການບານສົ່ງໃນຮົ່ມຂອງ ສປປ ລາວ ຫຼ້າສຸດກວາດແຊັມທັງທີມຍິງ ແລະ ທີມຊາຍ ໃນການແຂ່ງຂັນບານສົ່ງໃນຮົ່ມ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ( ສບລ ) ປະຈຳປີ 2019 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 44 ປີ ເມື່ອວັນທີ 26 ພະຈິກ 2019 ຄວ້າຂັນແຊັມ ພ້ອມເງິນລາງວັນທີມລະ 12 ລ້ານກີບ ໄປຄອງ.

ການແຂ່ງຂັນລາຍການດັ່ງກ່າວ ປະເພດທີມຊາຍມີ 10 ພາກສ່ວນ ແລະ ປະເພດທີມຍິງມີ 10 ພາກສ່ວນ ເຂົ້າຮ່ວມ ທັງ 2 ປະເພດດັ່ງກ່າວ ຈັດແບ່ງອອກເປັນ 3 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ແລະ ຄັດເອົາອີກ 2 ທີມທີ່ມີຄະແນນດີທີ່ສຸດແຕ່ລະກຸ່ມເຂົ້າຮອບ 8 ທີມຕາມຫຼັງໄປ.

ໂດຍເມື່ອວັນທີ 26 ພະຈິກ ເປັນມື້ປິດການແຂ່ງຂັນ ໂດຍໃນນັດຊີງຊະນະເລີດທີມຍິງ ເປັນການພົບກັນລະຫວ່າງ ແຊັມເກົ່າ ກອງທັບ ແລະ ທີມສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດການທະຫານ ປະກົດວ່າ: ແຊັມເກົ່າ ກອງທັບ ເອົາຊະນະໄປແບບຂາດຮອຍ 3-0 ເຊັດ ດ້ວຍຄະແນນ 25-15, 25-16 ແລະ 25-15 ຄະແນນ ປ້ອງກັນແຊັມໄວ້ໄດ້ອີກ 1 ສະໄໝ ຄວ້າຂັນຊ້ອມ ພ້ອມທັງໄດ້ຮັບຫຼຽນຄຳ ແລະ ເງິນລາງວັນ ຈຳນວນ 12 ລ້ານກີບ, ສ່ວນທີມສະຫະພັນແມ່ຍິງກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຮັບຫຼຽນເງິນ ແລະ ລາງວັນເງິນສົດ 8 ລ້ານກີບ ອັນດັບທີ 3 ແມ່ນທີມມິກ ວີຊີ ໄດ້ຮັບຫຼຽນທອງ ແລະ ລາງວັນເງິນສົດ 6 ລ້ານກີບ, ທີ 4 ທີມສາວຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບເງິນລາງວັນເງິນສົດ 3 ລ້ານກີບ.

ສ່ວນຜົນການແຂ່ງຂັນທີມຊາຍ ລະຫວ່າງ ແຊັມເກົ່າ ກອງທັບ ກັບ ລາວເດີນອາກາດ ມ່ວນຕະຫຼອດທັງການແຂ່ງຂັນ ເມື່ອ ລາວເດີນອາກາດ ອອກນຳໄດກ່ອນ 1-0 ເຊັດ ດ້ວຍຄະແນນ 25-17 ເຂົ້າສູ່ເຊັດທີ 2 ກອງທັບ ພິກເອົາຊະນະ 25-21 ຄະແນນ ແລະ ເອົາຊຊະນະອີກ 2 ເຊັດລວດ ດ້ວຍຄະແນນ 27-25 ແລະ 25-23 ຄະແນນ ຄວ້າຂັນແຊັມ ພ້ອມໄດ້ຮັບຫຼຽນຄຳ ແລະ ເງິນລາງວັນ ຈຳນວນ 12 ລ້ານກີບ ສ່ວນທີມລາວເດີນອາກາດ ໄດ້ທີ 2 ພ້ອມທັງຮັບຫຼຽນເງິນ ແລະ ເງິນສົດ 8 ລ້ານກີບ, ທີ 3 ສະໂມສອນວິທະຍາສາດທຳມະຊາດ ໄດ້ຮັບຫຼຽນທອງ ແລະ ລາງວັນເງິນສົດ 6 ລ້ານກີບ ແລະ ທີ 4 ທີມອິນທະສອນ ວີຊີ ໄດ້ຮັບລາງວັນຊົມເຊີຍເງິນສົດ 3 ລ້ານກີບ.