ບໍລິສັດລາຍໃຫຍ່ ເຢຍລະມັນ – ອັງກິດ ຈະຫຼຸດພະນັກງານ 13,5 ພັນຄົນ

133

ບໍລິສັດອໍດີ ຜູ້ຜະລິດລົດລາຍໃຫຍ່ໃນປະເທດເຢຍລະມັນ ປະກາດແຜນປົດພະນັກງານ 9,5 ພັນຄົນ ເຊິ່ງເປັນສ່ວນໜຶ່ງຂອງແຜນການປັບປຸງໂຄງສ້າງສຳຄັນຄັ້ງໃຫຍ່ ເພື່ອປະຢັດລາຍຈ່າຍ ສ່ວນກຸ່ມບໍລິສັດຄອມພາສ ຜູ້ບໍລິການດ້ານອາຫານທີ່ມີຊື່ສຽງຂອງປະເທດອັງກິດ ປະກາດຈະປົດພະນັກງານ 4 ພັນຄົນ ເນື່ອງຈາກແນວໂນ້ມເສດຖະກິດໃນເອີຣົບຕົກຕໍ່າ.

ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງແຟຣັງເຟີດ ປະເທດເຢຍລະມັນ ເມື່ອວັນອັງຄານ ທີ 26 ພະຈິກ ວ່າ ຖະແຫຼງການຂອງບໍລິສັດອໍດີ ເມື່ອວັນອັງຄານ ວ່າ ບໍລິສັດວາງແຜນທີ່ຈະປົດພະນັກງານ 9,5 ພັນຄົນ ພາຍໃນປີ 2025 ເຊິ່ງເປັນສ່ວນໜຶ່ງຂອງແຜນການປັບປຸງໂຄງສ້າງສຳຄັນຂອງບໍລິສັດຄັ້ງໃຫຍ່ ເພືອປະຢັດລາຍຈ່າຍຄ່າ ປະມານ 6 ຕື້ເອີໂຣ (ກວ່າ 58,5 ພັນຕື້ກີບ) ພາຍໃນປີ 2029 ທີ່ຈະຊ່ວຍໃຫ້ບໍລິສັດສາມາດເຮັດເປົ້າໝາຍຜົນກຳໄລ ປະມານ 9 – 11%.

ບໍລິສັດອໍດີ ທຸລະກິດໃນເຄືອຂອງກຸ່ມບໍລິສັດ ໂຝກສ໌ວາເກັນ ກຳລັງປະສົບກັບບັນຫາຍອດຂາຍ, ລາຍໄດ້ ແລະ ຜົນກຳໄລ ຜົນປະກອບການຫຼຸດລົງ ໃນໄລຍະ 9 ເດືອນທຳອິດຂອງປີ 2019 ການປັບໂຄງສ້າງຄັ້ງໃຫຍ່ເກີດຂຶ້ນ ຂະນະທີ່ບໍລິສັດຕ້ອງເສຍຄ່າໃຊ້ຈ່າຍມະຫາສານ ໃນການປັບປ່ຽນຮູບແບບການຜະລິດລົດ ຈາກເຄື່ອງຈັກເຜົາໄໝ້ພາຍໃນ ມາເປັນລົດໃຊ້ໄຟຟ້າ.

ຂະນະທີ່ ໃນລອນດອນ ໂຄສົກຂອງກຸ່ມບໍລິສັດຄອມພາສ ເປີດເຜີຍ ເມື່ອວັນອັງຄານ ວ່າ ບໍລິສັດມີແຜນທີ່ຈະປົດພະນັກງານເຖິງ 4 ພັນ ຄົນ ໃນໄລຍະ 2 ປີ ຕໍ່ໜ້າ ເພື່ອກຽມຄວາມພ້ອມຮັບມືກັບເສດຖະກິດຂອງເອີຣົບທີ່ຕົກຕໍ້າລົງ ລວມເຖິງຜົນກະທົບຈາກເບຣັກຊິດ ຫຼື ການຖອນຕົວຂອງອັງກິດອອກຈາກການເປັນສະມາຊິກ ສະຫະພາບເອີຣົບ ຈຳນວນພະນັກງານທີ່ຈະຖືກປົດອອກຈາກວຽກ ຄິດເປັນອັດຕາບໍ່ຮອດ 1% ຂອງພະນັກງານ ບໍລິສັດຄອມພາສທີ່ມີຢູ່ທົ່ວໂລກ.

ໂຄສົກຂອງບໍລິສັດຄອມພາສ ກ່າວອີກວ່າ ຜົນປະກອບການຂອງບໍລິສັດຕົກຕໍ່າລົງໃນບາງປະເທດທີ່ເປັນຕະຫຼາດສຳຄັນໃນເອີຣົບເຊັ່ນ: ເຢຍລະມັນ, ຝຣັ່ງ ແລະ ອັງກິດ. ຜົນກຳໄລສຸດທິຂອງກຸ່ມບໍລິສັດຄອມພາສ ໃນໄລຍະ 12 ເດືອນຈົນຮອດໝົດເດືອນກັນຍາ ຫຼຸດລົງເກືອບ 2% ທຽບເທົ່າ 1,11 ຕື້ເອີໂຣ (ກວ່າ 10,7 ພັນຕື້ກີບ) ທີ່ຫຼຸດລົງຈາກ 1,113 ຕື້ເອີໂຣ ໃນ 12 ເດືອນ ກ່ອນໜ້າ.

ດ້ານທ່ານໂດມິນິກ ເບຼກມໍ ປະທານຄະນະເຈົ້າໜ້າທີ່ຝ່າຍບໍລິຫານ ຫຼື CEO ຂອງກຸ່ມບໍລິສັດຄອມພາສ ກ່າວວ່າ ເຖິງວ່າລາຍໄດ້ທັງໝົດຂອງບໍລິສັດ ຈະເພີ່ມຂຶ້ນຫຼາຍກ່ວາ 6% ທຽບເທົ່າ 24,9 ຕື້ເອີໂຣ (ກວ່າ 24,3 ແສນຕື້ກີບ.