ປະທານສານປະຊາຊົນສູງສຸດ ເຂົ້າຮ່ວມກອງປະຊຸມປະທານສານອາຊຽນ ທີ່ບາງກອກ ປະເທດໄທ

118

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ໄສເກດ ວັດທະນະພັນ ປະທານສານສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມ ສານດີກາ ແຫ່ງ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-25 ພະຈິກ 2019 ເພື່ອເຂົ້າຮ່ວມກອງປະຊຸມປະທານສານອາຊຽນ ແລະ ກອງປະຊຸມນັກກົດໝາຍທີ່ຈັດຂຶ້ນຢູ່ ພູເກັດ ແລະ ບາງກອກ ແຫ່ງຣາຊະອານາຈັກໄທ  ເຊິ່ງໄດ້ສຳເລັດຜົນຢ່າງຈົບງາມ.

ໃນການພົບປະສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຊັ່ນ ການຊ່ວຍເຫຼືອດ້ານການຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ພິພາກສາ, ການຄັດເລືອກຜູ້ພິພາກສາ ແລະ ການນຳໃຊ້ເທັກໂນໂລຢີມາສະໜັບສະໜູນການພິຈາລະນາຕັດສີນຄະດີ ເພື່ອໃຫ້ທັນກັບການປ່ຽນແປງໃໝ່ຂອງສັງຄົມ.

ສຸດທ້າຍ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແຫ່ງ ສປປລາວ ໄດ້ໃຫ້ຄຳເຫັນ ຕໍ່ການພົບປະຢ້ຽມຢາມໃນຄັ້ງນີ້ ຊຶ່ງເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສຳຄັນ ເລິກເຊິ່ງ ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສານສອງປະເທດ ແລະ ໄດ້ຢັ້ງຢືນເຖິງການສືບທອດມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືທີ່ມີມາແຕ່ດົນນານແລ້ວ ໃຫ້ຈະ ເລີນງອກງາມ, ພວກເຮົາຈຳເປັນຕ້ອງມີການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືທີ່ດີ ໃນການພັດທະນາລະ ບົບສານບົນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ,ການຮ່ວມມື ແລະ ການເຊື່ອມໂຍງ ເພື່ອຜົນະໂຫຍດຂອງສອງປະເທດ ກໍຄືສອງຂະແໜງການພວກເຮົາ.

ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມແລ້ວທີ່ຈະເຮັດສຸດຄວາມສາມາດ ເພື່ອຮ່ວມກັບ ສານສູງສຸດ ແຫ່ງ ຣາຊະອານາຈັກໄທ ຖະນຸຖະໜອມ ຫອມຮັກ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອນີ້ ໃຫ້ເປັນມໍລະດົກທີ່ລ້ຳຄ່າ ຢູ່ຄູ່ສານສອງປະເທດພວກເຮົາສືບໄປ ແລະ ຫວັງວ່າ ຈະໄດ້ຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ພ້ອມຄອບຄົວ ແລະ ຄະນະໃນເວລາທີ່ເໝາະສົມ.

ທີ່ມາ: ສານປະຊາຊົນສູງສຸດ