ທ່ານ ນາຍົກເດີນທາງເຂົ້າຮ່ວມກອງປະຊຸມຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງປະຖົມມະລຶກ

203

 

ມື້ນີ້ກໍ່ຄືວັນທີ 27 ພະຈິກ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງປະຖົມມະລຶກ ທີ່ນະຄອນປູຊານ, ສ.ເກົາຫລີ, ຊຶ່ງມີບັນດາຜູ້ນຳ ຈາກປະເທດສະມາຊິກ ແມ່ນໍ້າຂອງ-ສ.ເກົາຫລີ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປະທານາທິບໍດີ ສາທາລະນະລັດ ເກົາຫລີ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດຄື: ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສ. ເກົາຫລີ. ຈຸດປະສົງ ຂອງການສ້າງຕັ້ງກົນໄກການຮ່ວມມືດັ່ງກ່າວແມ່ນເພື່ອ ຮັດແໜ້ນການພົວ ພັນ ແລະ ຮ່ວມມືທາງດ້ານເສດຖະກິດລະຫວ່າງ ບັນດາປະເທດແມ່ນໍ້າຂອງ ກັບ ສ. ເກົາຫລີ ກໍຄື ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສ.ເກົາຫລີ ແລະ ຢູ່ໃນກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 8 ໃນປີ 2018 ຜ່ານມາ, ໄດ້ຕົກລົງຍົກລະດັບກົນໄກການຮ່ວມມືໄປສູ່ລະດັບສຸດຍອດ ຊຶ່ງ ສ.ເກົາຫລີ ໄດ້ຮັບເປັນເຈົ້າພາບຈັດກອງປະຊຸມຄັ້ງປະຖົມມະລຶກໃນເທື່ອນີ້.

ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງປະຖົມມະລຶກ ໃນປີນີ້ ແມ່ນເປັນຂີດໝາຍປະຫວັດສາດອັນສໍາຄັນ ໃນການຍົກລະດັບກົນໄກການຮ່ວມມື ຂຶ້ນສູ່ລະດັບສູງສຸດ ພ້ອມທັງ ເປັນໂອກາດອັນດີໃນການຮ່ວມກັນ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ສໍາລັບຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ເພື່ອກະຕຸກຊຸກຍູ້ການເຕີບໂຕໃຫຍ່ຂະ ຫຍາຍຕົວເສດຖະກິດໃນພາກພື້ນແມ່ນໍ້າຂອງ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 9 ຊຶ່ງໄດ້ຈັດຂຶ້ນໃນເດືອນ ສິງຫາ 2019 ຜ່ານມາ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃຕ້ຂອບການຮ່ວມມື ດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ 3 ປີ ແມ່ນໍ້າຂອງ-ສ. ເກົາຫລີ (2017-2020) ແລະ ຖະແຫລງການຮ່ວມຂອງກອງປະຊຸມລັດ ຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 8, ຊຶ່ງບັນດາຜູ້ນໍາແມ່ ນໍ້າຂອງ-ສ. ເກົາຫລີ ໄດ້ສະແດງຄວາມ ຊົມເຊີຍຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ເຫັນວ່າ ຂອບການຮ່ວມມືດັ່ງກ່າວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງການຕ່າງໆ ພາຍໃຕ້ກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນບັນດາປະເທດສະມາຊິກຢ່າງເປັນຮູບປະທໍາ ແລະ ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນໍ້າຂອງ.

 

ໃນນັ້ນ, ລວມມີ 3 ໂຄງການ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ຄື: 1. ໂຄງການເພີ່ມຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກ ຂອງ ສປປ ລາວ ໃນການເຂົ້າເຖິງ ນິຕິກໍາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ; 2. ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລ່າງ ດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຢູ່ ສປປ ລາວ ໃຫ້ທັນສະໄໝ ແລະ 3. ໂຄງການພັດທະນາ ລະບົບຕິດຕາມການຈັດຕັ້ງປະຕິບັດໂຄງການ ໃນຂົງເຂດພາກພື້ນແມ່ນໍ້າຂອງ ລວມມູນຄ່າທັງໝົດ 3 ໂຄງ ການ 1.263.494 ໂດລາ (ໜຶ່ງລ້ານສອງແສນຫົກສິບສາມພັນສີ່ຮ້ອຍເກົ້າສິບສີ່ ໂດລາ ).

ພ້ອມດຽວກັນນັ້ນ, ບັນດາຜູ້ນໍາປະເທດແມ່ນໍ້າຂອງ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ສ. ເກົາຫລີ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂອບການຮ່ວມມືດັ່ງກ່າວ ໂດຍສະເພາະ ການເພີ່ມງົບປະມານຊ່ວຍເຫລືອເຂົ້າໃນກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຈາກ 1,12 ລ້ານໂດລາ ໃນປີ 2018 ມາເປັນ 2 ລ້ານໂດລາ ໃນປີ 2019 ແລະ ມີແຜນຈະເພີ່ມຂຶ້ນເປັນ 3 ລ້ານໂດລາ ໃນປີ 2020.

ຜູ້ນໍາ ສ. ເກົາຫລີ ກໍໄດ້ຢໍ້າຄືນເຖິງ ນະໂຍບາຍຫັນສູ່ທິດໃຕ້ໃໝ່ ຂອງ ສ.ເກົາຫລີ ຊຶ່ງຖືເປັນຂໍ້ລິເລີ່ມໜຶ່ງ ທີ່ຖືກກັບກາລະໂອກາດ ແຫ່ງ ການສົ່ງເສີມການຮ່ວມມື ເພື່ອການພັດ ທະນາ ດ້ານເສດຖະກິດ ບົນຫລັກການຕ່າງຝ່າຍ ຕ່າງມີຜົນປະ ໂຫຍດ. ກອງປະຊຸມ ໄດ້ຮັບຮອງເອົາເອກະສານສໍາຄັນ ຈໍານວນ 1 ສະ ບັບຄື: ຖະແຫຼງການ ແມ່ນໍ້າຂອງ-ແມ່ນໍ້າຮັນ ວ່າດ້ວຍ ການສ້າງຄູ່ຮ່ວມມື ເພື່ອປະຊາຊົນ, ວັດທະນາຖາວອນ ແລະ ສັນຕິພາບ  ຊຶ່ງປະກອບມີ 3 ເສົ້າຄໍ້າ ຄື: 1) ປະຊາຊົນ ໃນສັງຄົມທີ່ມີສ່ວນຮ່ວມ (People for Inclusive Society); 2) ຄວາມວັດທະນາຖາວອນ ຈາກການແບ່ງປັນປະສົບການ (Prosperity by Sharing Experience); 3) ສັນຕິພາບ ເພື່ອການພັດທະນາທີ່ຍືນຍົງ.

 

ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ