ຄຳມ່ວນ! ມອບແນວພັນເຂົ້າ 2,6 ໂຕນ ໃຫ້ຜູ້ຖືກຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງບົວລະພາ

77

ເພື່ອເຮັດໃຫ້ແຜນການຜະລິດເຂົ້ານາແຊງສົກປີ 2019-2020 ຂອງແຂວງຄຳມ່ວນ ບັນລຸຕາມແຜນການທີ່ວາງໄວ້ ແລະ ທັງເປັນການສົ່ງເສີມການຜະລິດລະດູແລ້ງ ເພື່ອທົດແທນຜົນເສຍຫາຍຈາກນໍ້າຖ້ວມໃນໄລຍະຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຄຳມ່ວນ ໄດ້ນຳເອົາແນວພັນເຂົ້າ ຈຳນວນ 2,6 ໂຕນ ມອບໃຫ້ເມືອງບົວລະພາ ນຳໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ພິທີມອບ-ຮັບ ແນວພັນເຂົ້າໄດ້ຈັດຂຶ້ນ ໃນວັນທີ 25 ພະຈິກ 2019 ຜ່ານມາ, ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງບົວລະພາ ໃຫ້ມອບໂດຍທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ແລະ ຕາງໜ້າຮັບໂດຍທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງບົວລະພາ. ເພື່ອນຳໄປແຈກຢາຍໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນຊ່ວງລະດູຝົນທີ່ຜ່ານມາ ໂດຍສະເພາະແມ່ນຕອບສະໜອງໃຫ້ແກ່ບັນດາບ້ານທີ່ມີແຜນຜະລິດເຂົ້ານາແຊງໃນປີ 2019-2020 ທັງເປັນເພື່ອສົ່ງເສີມການຜະລິດລະດູແລ້ງທົດແທນໃຫ້ແກ່ຜົນເສຍຫາຍໃນໄລຍະຜ່ານມາ. ພ້ອມທັງຮັບປະະກັນດ້ານສະບຽງອາຫານ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ພາຍໃນເມືອງ ແລະ ປະຊາຊົນຢູ່ບັນດາເມືອງ, ແຂວງໃກ້ຄຽງ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເຊິ່ງໃນໄລຍະຜ່ານມາ ເມືອງບົວລະພາ ມີເນື້ອທີ່ຖືກນໍ້າຖ້ວມຈຳນວນ 3.900 ເຮັກຕາ ໃນນັ້ນ: ເສຍຫາຍຈຳນວນ 2.412 ເຮັກຕາ ເນື້ອທີ່ແຜນການຜະລິດເຂົ້ານາແຊງສົກປີ 2019-2020 ຈໍານວນ 36 ເຮັກຕາ ທີ່ນອນຢູ່ໃນ 4 ບ້ານຄື: ບ້ານໜອງໜ່ຽວ, ບ້ານຂະຍຸ, ບ້ານຊອກ ແລະ ບ້ານນາປາງ.