ທະນາຄານຮ່ວມພັດທະນາ ມອບລົດໃຫ້ລູກຄ້າ

88

ທະນາຄານຮ່ວມພັດທະນາ ໄດ້ຈັດພິທີມອບລາງວັນລົດເກັ໋ງຍີ່ຫໍ້ TOYOTA VIOS ໃຫ້ຜູ້ໂຊກດີທີ່ເຂົ້າຮ່ວມໂຄງການໂປຣໂມຊັນຍິ້ມຮັບ 3 ລະດູ ຂອງທະນາຄານຮ່ວມພັດທະນາໃນທົ່ວປະເທດ ເຊິ່ງຜູ້ໂຊກດີແມ່ນ ທ່ານ ນາງ ຄໍາແສງ ວິລະພັນ ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເບີໂທລະສັບ 020 9957 7781 ທີ່ໃຊ້ບໍລິການຜະລິດຕະພັນຂອງທະນາຄານຮ່ວມພັດທະນາໃນໄລຍະຜ່ານມາ.

ພິທີມອບລົດເກັ໋ງ TOYOTA VIOS ໃຫ້ລູກຄ້າຜູ້ໂຊກດີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ 2019 ທີ່ສໍານັກງານໃຫຍ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ພ້ອມດ້ວຍຜູ້ບໍລິຫານລະດັບສູງ ແລະ ພະນັກງານທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຂໍ້ມູນຂອງທະນາຄານຮ່ວມພັດທະນາ ໃຫ້ຮູ້ຕື່ມວ່າ: ທະນາຄານຮ່ວມພັດທະນາໄດ້ຂະຫຍາຍຕານ່າງການບໍລິການ ຈາກ 4 ໜ່ວຍບໍລິການ ມາເປັນ 60 ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ ແລະ ພັດທະນາລະບົບໄອທີໃຫ້ມີຄວາມທັນສະໄໝ, ອອກຜະລິດຕະພັນຢ່າງຫຼວງຫຼາຍ ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມເພິ່ງພໍໃຈຂອງລູກຄ້າໃນການເຂົ້າເຖິງແຫຼ່ງທຶນ ເພື່ອສ້າງເສດຖະກິດຄອບຄົວ, ຜູ້ທີ່ມີລາຍຮັບໜ້ອຍ ແລະ ສົ່ງເສີມທຸລະກິດ SME.

[ ຂ່າວ – ຮູບ: ຄໍາຕົ້ນ ວໍລະຈັກ ]