ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ມີສ່ວນຮ່ວມໃນການສະໜອງທຶນແກ່ SME

126

ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ເປັນໜຶ່ງໃນ 10 ທະນາຄານ ທີ່ມີເງື່ອນໄຂຄົບຖ້ວນເຂົ້າຮ່ວມໂຄງການເງິນກູ້ຈາກທະນາຄານແຫ່ງຊາດ    ສປ ຈີນ ( CDB ) ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ມີຄວາມຕ້ອງການທຶນໄປໝູນໃຊ້ເຂົ້າໃນການຜະລິດ, ດ້ານຮອງອໍານວຍການເປີດເຜີຍ ຜົນປະກອບການ 6 ເດືອນຕົ້ນປີ 2019 ເຫັນວ່າບັນລຸໝາກຜົນດີສົມຄວນ.

ທ່ານ ວຽງວິໄລ ແສງຄຳຢອງ ຮອງຜູ້ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ໃຫ້ສໍາພາດວ່າ: ຜ່ານການດໍາເນີນທຸລະກິດມາກວ່າ 20 ປີ ພວກເຮົາມີ 23 ສາຂາ ແລະ ໜ່ວຍບໍລິການຢູ່ຂອບເຂດ 9 ແຂວງທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ອັດຕະປື, ຄໍາມ່ວນ, ຊຽງຂວາງ, ບໍລິຄໍາໄຊ, ຫຼວງພະບາງ ແລະ ອຸດົມໄຊ.

ສໍາລັບເຫດຜົນທີ່ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການເງິນກູ້ຈາກ CDB ບ້ວງ 300 ລ້ານໂດລາ ເນື່ອງຈາກທະນາຄານພວກເຮົາມີເງື່ອນໄຂຄົບມາດຖານທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກ ເປັນຕົ້ນແມ່ນ: ມີປະສົບການປ່ອຍເງິນກູ້ໃຫ້ຫົວໜ່ວຍ SME, ອັດຕາສ່ວນ ຄວາມພຽງພໍຂອງທຶນ, ອັດຕາຜົນກໍາໄລໃນການດໍາເນີນທຸລະກິດຕາມຂໍ້ກໍານົດຂອງທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ. ນອກນັ້ນ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຍັງແມ່ນທະນາຄານທີ່ມີນະໂຍບາຍ, ມີປະສົບການຮ່ວມກັບກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຊຸກຍູ້ສົ່ງເສີມໃຫ້ແກ່ບັນດາຫົວໜ່ວຍທຸລະກິດ SME ທີ່ມີເງື່ອນໄຂ ແລະ ມີຄວາມຕ້ອງການນໍາໃຊ້ທຶນເຂົ້າໃນການຜະລິດ ຫຼື ທຸລະກິດ.

ສ່ວນເງື່ອນໄຂທີ່ຜູ້ປະກອບການຈະໄດ້ຮັບການພິຈາລະນາເລື່ອງສິນເຊື່ອຈາກພວກເຮົາ ແມ່ນຜູ້ປະກອບການ SME ຕາມດໍາລັດເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ທີ່ມີການຖືລະບົບຈົດກ່າຍບັນຊີລະອຽດ, ມີນິຕິກຳຄົບຖ້ວນຕາມກົດໝາຍ, ມີແຜນການກູ້ຢືມ, ແຜນຊໍາລະຄືນທີ່ເປັນໄປໄດ້, ມີການເຄື່ອນໄຫວສອງຄ່ອງຕາມລະບຽບກົດໝາຍ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ – ສັງຄົມ ເປັນຕົ້ນ.

ສຳລັບເງິນກູ້ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ SME ໄດ້ແບ່ງອອກເປັນ 3 ງວດ, ງວດລະ 100 ລ້ານໂດລາສະຫະລັດ ເຊິ່ງໃນວັນທີ 9 ກໍລະກົດ 2019 ທຫລ ໄດ້ເຊັນສັນຍາເງິນກູ້ງວດທີ 1 ຈຳນວນ 100 ລ້ານໂດລາໄລຍະກູ້ຢືມ 5 ປີ. ໃນນັ້ນ, ປອດໜີ້ຕົ້ນທຶນ 3 ປີ ດ້ວຍເງືຶ່ອນໄຂທີ່ ທຫລ ບໍລິຫານ ແລະ ຄຸ້ມຄອງໃນຮູບແບບປ່ອຍຜ່ານທະນາຄານທຸລະກິດທີ່ມີຄວາມເຂັ້ມແຂງ ແລະ ທະນາຄານທຸລະກິດລັດຈຳນວນໜຶ່ງ ຕາມການມອບໝາຍຂອງ ທຫລ ເພື່ອປ່ອຍກູ້ຕໍ່ໃຫ້ SME ໃນ ສປປ ລາວ.

ທ່ານ ວຽງວິໄລ ອະທິບາຍຕື່ມວ່າ: ສໍາລັບຜົນປະກອບການທຸລະກິດຂອງທະນາຄານ ລາວ – ຫວຽດ ໃນ 6 ເດືອນຕົ້ນປີ 2019 ເຫັນວ່າພວກເຮົາບັນລຸໝາກຜົນດີສົມຄວນ ໂດຍສະເພາະແມ່ນຕົວເລກຄາດໝາຍດ້ານຜົນກໍາໄລ, ດ້ານວຽກງານການລະດົມທຶນ, ດ້ານວຽກສິນເຊື່ອ ແລະ ວຽກການບໍລິການອື່ນໆ.

[ ຂ່າວ – ຮູບ: ສົມສະຫວິນ ]