
ສໍານັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດຫຼືຢູເອັນເອຊຊີອາຣ໌ລາຍງານວ່າ:ເຂດເຄີດິສະຖານປະເທດອີຣັກກໍາລັງຮັບມືກັບຜູ້ລີ້ໄພທີ່ຫຼັ່ງໄຫຼມາຈາກຊີຣີເຊິ່ງກ່ອນໜ້ານີ້ກໍມີຜູ້ລີ້ໄພຢູ່ແລ້ວກວ່າ3,5ແສນຄົນກະຈາຍຢູ່22ເຂດ,ແຕ່ເມື່ອຕົ້ນເດືອນນີ້ສະຖານະການທາງຕາເວັນອອກສຽງເໜືອຂອງຊີຣີທະວີຄວາມຮ້າຍແຮງແຫ່ງເຮັດໃຫ້ຜູ້ລີ້ໄພເພີ່ມຂຶ້ນຫຼາຍເທົ່າຈົນກັງວົນວ່າຈໍານວນຜູ້ລີ້ໄພຈະລົ້ນອີຣັກໃນບໍ່ຊ້າ.
ໃນໄລຍະທີ່ຜ່ານມາ,ຢູເອັນເອຊຊີອາຣ໌ຕັ້ງຄ້າຍ21ຄ້າຍໃນອີຣັກຮອງຮັບຜູ້ລີ້ໄພ ແລະ ຜູ້ພັດຖິ່ນໃນປະເທດຕັ້ງແຕ່ເກີດສົງຄາມໃນຊີຣີ ແລະ ການຍຶດຄອງຂອງກຸ່ມໄອເອສໂດຍຄ້າຍໃໝ່ແຫ່ງທີ22ຊື່ວ່າຄ້າຍດາຣາດຮອງຮັບໄດ້13.000ຄົນ,ທຸກຄ້າຍເຕັມໝົດແລ້ວ ແລະ ຄ້າຍໃໝ່ເຕັມພາຍໃນ7ມື້.
ນີ້ຄືຄວາມຫຍຸ້ງຍາກລໍາບາກຂອງກຸ່ມຄົນຈໍານວນຫຼາຍທີ່ຕ້ອງອົບພະຍົບເພື່ອເອົາຊີວິດໃຫ້ລອດເຊິ່ງໜ້າທີີ່ຂອງຢູເອັນເອຊຊີອາຣ໌ຄືເຂົ້າຊ່ວຍຜູ້ລອດຊີວິດຈາກການເດີນທາງອັນໂຫດຮ້າຍທັນທີທີ່ພວກເຂົາມາເຖິງ ແລະ ຈັດຫາສະຖານທີ່ພັກພິງໃຫ້ກັບຜູ້ລອດຊີວິດ,ມອບຄວາມຄຸ້ມຄອງ ແລະ ນໍາຫາຄອບຄົວຄືນໃຫ້ກັບຜູ້ລີ້ໄພ,ໃຫ້ຄວາມຊ່ວຍເຫຼືອດ້ານການແພດ,ສະໜັບສະໜູນດ້ານການສຶກສາແກ່ເດັກນ້ອຍຜູ້ລີ້ໄພ ແລະ ຜູ້ພັດຖິ່ນໃນຊີຣີຕະຫຼອດຮອດສິ່ງທີ່ຈໍາເປັນອື່ນໆ.
ວິກິດໃນຊີຣີທີ່ຍືດເຍື້ອຍາວນານມາ8ປີເຮັດໃຫ້ເກີດຜູ້ລີ້ໄພຫຼາຍທີ່ສຸດໃນໂລກ5,6ລ້ານຄົນທີ່ຕ້ອງໜີ ແລະ ພັກພິງຢູ່ໃນປະເທດບ້ານໃກ້ເຮືອນຄຽງໃນພາກພື້ນດຽວກັນ ແລະ ກວ່າ6,2ລ້ານຄົນຍັງພັດຖິ່ນຢູ່ພາຍໃນຊີຣີ.