ເຈົ້າໜ້າທີ່! ທຳລາຍກັນຊາເກືອບ 400 ຕົ້ນ ຢູ່ບ້ານທົ່ງຮາບ ເມືອງປາກກະດິງ

205

ກັນຊາ ເປັນສານເສບຕິດຊະນິດຕ້ອງຫ້າມ ຂອງລັດຖະບານ ທີ່ບໍ່ອະນຸຍາດໃຫ້ປູກໃນຜືນແຜ່ນດິນລາວ. ສະນັ້ນ, ທີ່ຜ່ານມາ ເພື່ອເປັນການສະກັດກັ້ນ ແລະ ທຳລາຍສານເສບຕິດປະເພດນີ້ ເຈົ້າໜ້າທີ່ທຸກພາກສ່ວນຈຶ່ງໄດ້ເອົາໃຈໃສ່ ລົງຕິດຕາມ, ກວດກາ ຕາມຮົ້ວສວນຂອງປະຊາຊົນໃນເຂດຕ່າງໆ ທີ່ຢູ່ຫ່າງໄຫຈາກບ້ານຄົນ ແລະ ມີເສັ້ໜທາງເຂົ້າໄປຂ້ອນຂ້າງຍາກ. ແຕ່ເມື່ອເຈົ້າໜ້າທີ່ ຫາກພົບເຫັນກໍ່ມີການຈູດທຳລາຍຖິ້ມ.

ຫຼ້າສຸດ, ຕາມຂ່າວທ້ອງຖິ່ນລາຍງານວ່າ ໃນຕອນແລງວັນທີ 25 ພະຈິກ 2019 ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ຄະນະກຳມະການສະເພາະກິດໄດ້ລົງທຳລາຍສວນປູກກັນຊາ ຈຳນວນ 386 ຕົ້ນ ຢູ່ເຂດຫ້ວຍຊຳພູ ບ້ານທົ່ງຮາບ ເມືອງປາກກະດິງ.


ເຊີ່ງມີປະຊາຊົນລັກລອບປູກ ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 318 ແຫ່ງ ສປປລາວ ກຳນົດໄວ້.

ການທຳລາຍສວນກັນຊາໃນຄັ້ງນີ້ ຄະນະກຳມະການສະເພາະກິດໄດ້ພ້ອມກັນຂຸດ, ລົກ, ຕັດ ແລະ ຈູດຖີ້ມທຳລາຍຖີ້ມ.