ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ເປີດແຄມເປນ campaign ໃຫຍ່ “ຈັບສະຫຼາກຫາຜູ້ໂຊກດີ”

232

ເມື່ອເດືອນກໍລະກົດ ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ເຊິ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດຍົນຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຮດດີງສ໌ Tan Tan Motor Holdings Bhd (ປະເທດມາເລເຊຍ) ແລະ ຜູ້ເປັນໃຫ້ບໍລິການຫຼັງການຂາຍໃນລາຊະອານາຈັກກໍາປູເຈຍ, ປັດຈຸບັນໄດ້ເປີດແຄມເປນ campaign ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ເຊິ່ງເປັນການຈັບສະຫຼາກຫາຜູ້ໂຊກດີ ເພື່ອຕອບແທນລູກຄ້າທີ່ຊື້ລົດຈາກບໍລິສັດ ນັບແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020.

ລົດນິສສັນ Nissan ເປັນລົດໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ໃນປະເທດລາວ ເພາະເປັນລົດມີຄວາມພຽບພ້ອມທາງດ້ານຄວາມປອດໄພ ແລະ ມີລະບົບການຂັບເຄື່ອນທີ່ເປັນອັດສະລິຍະ. ຈາກທີ່ເປັນຄວາມນິຍົມສູງສຸດ, ທາງບໍລິສັນຕັນຈົງມໍເຕີຣ໌ Tan Chong Motor ໄດ້ເຫັນຄວາມສໍາຄັນຂອງລູກຄ້າ ຈິ່ງໄດ້ເປີດໃຫ້ລູກຄ້າເຂົ້າມາທົດລອງຂັບເພື່ອສຳຜັດນະວັດຕະກໍາໃໝ່ໆ ຂອງລົດຍີ່ຫໍ້ນິສສັນ ພ້ອມກັບເປີດວາງສະແດງລົດເພື່ອສົ່ງເສີມການຂາຍ.

ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີຣ໌ Tan Chong Motor ທີ່ເປີດແຄມເປນ campaign ໃໝ່ຫລ້າສຸດຄື ‘WIN A TERRA CAMPAIGN’ ເຊິ່ງເປັນການຈັບສະຫຼາກຫາຜູ້ໂຊກດີ ໄລຍະການຈັບສະຫຼາກແມ່ນຢູ່ໃນຊ່ວງເວລາ 8 ເດືອນ. ສໍາລັບລູກຄ້າທີ່ຊື້ລົດ Nissan ທຸກລຸ້ນໃນໄລຍະແຄມເປນ campaign ໃໝ່ຂອງບໍລິສັດ ຈະມີສິດເຂົ້າຊີງໂຊກບໍ່ພຽງແຕ່ການຈັບສະຫຼາກລາຍເດືອນເທົ່ານັ້ນ ແຕ່ຍັງຈະມີສິດຈັບສະຫຼາກລາງວັນໃຫຍ່ ໝາຍຄວາມວ່າລູກຄ້າຈະມີໂອກາດຮັບໂຊກສອງຊັ້ນໃນການຈັບລາງວັນ.

ລູກຄ້າທີ່ຊື້ ລົດນິສສັນທຸກລຸ້ນບໍ່ວ່າຈະເປັນ ນິສສັນ ນາວາຣາ Nissan NAVARA, ເອັກຊ໌ – ເທັຣລ໌ X-TRAIL ຫຼື ເອີແວນ URVAN. ໃນລະຍະການເປີດແຄມເປັນ campaign ຈະໄດ້ຮັບສິດໜຶ່ງຄັ້ງໃນການເຂົ້າຮ່ວມການຈັບສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜຶ່ງຄັ້ງ.

ສໍາລັບລູກຄ້າທີ່ຊື້ນິສສັນ ເທີຣາ Nissan TERRA ຈະມີສິດເຖິງສອງຄັ້ງໃນການເຂົ້າຮ່ວມການຈັບສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜຶ່ງຄັ້ງ.

ສຳລັບລາງວັນຕ່າງໆ ທີ່ຈັບເພື່ອສົມມະນາຄຸນໃຫ້ກັບລູກຄ້າປະກອບມີ ເຕົາອົບໄມໂຄຣເວັບວ໌, ໂທລະພາບສີ 55 ນີ້ວ,ຄໍາແທ່ງ, ລົດນິສສັນເທີຣາ Nissan TERRA 4×2  ໃໝ່ຫຼ້າສຸດ ລວມມູນຄ່າທັງໝົດ USD 64,900.

ເຊີນທ່ານເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດນິສສັນ Nissan Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່ ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ, ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ,ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ, ສາຂາ ຫລວງພະບາງ ບ້ານ ດອນເກົ່າ ເມືອງຫລວງພະບາງ ແລະ ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ  ເພື່ອທົດລອງຂັບ ແລະ ຈອງລົດນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ. ທ່ານໃດທີ່ສົນໃຈກໍ່ສາມາດເຂົ້າມາກວດສອບ ແລະ ສອບຖາມຂໍ້ມູນກັບຜູ້ໃຫ້ຄໍາປືກສາທາງດ້ານການຂາຍຂອງພວກເຮົາ ກ່ຽວກັບແຄມເປນ campaign ການຈັບສະຫຼາກຊີງໂຊກ.

ຂໍ້ມູນເພີ່ມເຕີມກ່ຽວກັບລົດນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos.