ດົງໂດກປ້າຍ ແລະ ການພິມຍິນດີຕ້ອນຮັບຕະຫຼອດ 24 ຊົ່ວໂມງ

306

ສາມາດພົວພັນຫາທຸກຍາມ, ບໍລິການຄົບວົງຈອນ ຮັບພິມນັບຈາກນາມບັດຈົນເຖິງປ້າຍຂະໜາດໃຫຍ່ ຢາກເຮັດຊ້າໃຫ້ສັ່ງໄວ້ ຢາກເຮັດໄວໃຫ້ສັ່ງດ່ວນ; ຮັບອອກແບບໃຫ້ພ້ອມຈົນກວ່າທ່ານພໍໃຈ.

ຖືວ່າເປັນກິດຈະການນ້ອງໃໝ່ໄຟແຮງສໍາລັບວົງການປ້າຍ ແລະ ການພິມທີ່ເນັ້ນຄວາມໄວ ຄຽງຄູ່ກັບຄຸນນະພາບ ແລະ ລາຄາເປັນກັນເອງທີ່ສໍາຄັນແມ່ນຮັບບໍລິການຕະຫຼອດ 24 ຊົ່ວໂມງ ສາມາດຕອບໂຈດຄວາມຕ້ອງການທີ່ເລັ່ງດ່ວນໃນຍຸກເສດຖະກິດຕະຫຼາດເຊັ່ນນີ້.

ໃຜທີ່ກໍາລັງຊອກຫາສະຖານທີ່ບໍລິການຮັບພິມປ້າຍໜ້າຮ້ານ, ປ້າຍຫ້ອງການ ຫຼື ປ້າຍບໍລິສັດ… ຈະເປັນແບບໜັງສືນູນ, ປ້າຍໜັງສືໄຟ, ໜັງສື LED… ແມ່່ນສາມາດພົວພັນຫາດົງໂດກປ້າຍ ແລະ ການພິມໄດ້ຕະຫຼອດເວລາ; ເຊັ່ນດຽວກັບວ່າຈະພິມນາມບັດ, ແຜ່ນພັບ, ໃບໂຄສະນາ, ສະຕິກເກີແລະ ອື່ນໆ ຕະຫຼອດທັງພິມປຶ້ມ, ພິມໃບບິນ, ພິມເສື້ອ, ຄັນຮົ່ມ, ກະເປົ໋າ ແລະ ປັກແສ່ວປ້າຍເສື້ອ, ສາຍສະພາຍ ແລະ ອື່ນໆ.

ທ່ານ ພອນປະເສີດ ຫັດສະດີ ທີ່ປຶກສາດົງໂດກປ້າຍ ແລະ ການພິມ ໄດ້ໃຫ້ຮູ້ວ່າ: ດົງໂດກປ້າຍ ແລະ ການພິມ ຂອງພວກເຮົາຖືວ່າເປັນກິດຈະການນ້ອງໃໝ່ ເນັ້ນບໍລິການແບບຄົບວົງຈອນ ໂດຍເຫັນໄດ້ຈາກຜົນຕອບຮັບທີ່ຜ່ານມາລູກຄ້າມີຄວາມຕ້ອງການແບບເລັ່ງດ່ວນຂ້ອນຂ້າງຫຼາຍ ຈຶ່ງພ້ອມແລ້ວທີ່ຈະເປີດຮັບບໍລິການຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂບັນຫາຄວາມຊັກຊ້າ.

ພວກເຮົາຮັບເຮັດນັບແຕ່ສິ່ງນ້ອຍໆ ເຊັ່ນ: ນາມບັດ, ສະຕິກເກີ, ປ້າຍເສື້ອ… ກ້າວໄປສູ່ງານປ້າຍສາກ ຫຼື ຜ້າວາຍນິວຂະໜາດໃຫຍ່; ຢາກໄດ້ໄວແມ່ນໃຫ້ອອກແບບມາ ຖ້າເອົາຊ້າແດ່ກໍຍິນດີອອກແບບໃຫ້ພ້ອມ.

ປະເພດບໍລິການຕົ້ນຕໍ:

ປ້າຍໜ້າຮ້ານ, ຕູ້ໄຟ ແລະ ບໍ່ມີໄຟ.

ປ້າຍບໍລິສັດ, ປ້າຍຮ້ານ, ປ້າຍຫ້ອງການ.

ພິມຜ້າວາຍນິວ, ສະຕິກເກີ, ນາມບັດ.

ປ້າຍໜັງສືໄຟ, ໜັງສືນູນ, ໜັງສື LED.

ງານຕົກແຕ່ງຄອມໂພຊິດ, ເຄົາເຕີ, ບູ໊ດສະແດງສິນຄ້າ.

ພິມເສື້ອ – ປັກແສ່ວເສື້ອ, ພິມກະເປົ່າ, ພິມຄັນຮົ່ມ, ພິມບິນ.

ຮັບໃຫ້ຄໍາປຶກສາ ແລະ ບໍລິການຕິດຕັ້ງນອກສະຖານທີ່ພາຍໃນນະຄອນຫຼວງ.

ຂັ້ນຕອນດໍາເນີນການ:

ຕິດຕໍ່ຫາດ້ວຍການໂທ, ແຊັດຫາ ຫຼື ເຂົ້າຫາໂດຍກົງ.

ເລືອກປະເພດການບໍລິການ ແລະ ຕົກລົງລາຄາ ພ້ອມກໍານົດວັນເວລາ.

ອອກແບບ ແລະ ຜ່ານແບບ ( ກໍລະນີລູກຄ້າບໍ່ມີແບບ ).

ລົງມືພິມໃຫ້ທັນຕາມກໍານົດ.

ລູກຄ້າໄປຮັບເອົາຜະລິດຕະພັນ ຫຼື ໄປສົ່ງຕາມການຕົກລົງ ພ້ອມຈ່າຍເງິນຕາມບິນລາຄາ.

ທ່ານໃດມີຄວາມສົນໃຈທີ່ຈະໄປໃຊ້ບໍລິການ ສາມາດໄປຫາດ້ວຍຕົນເອງຫ້ອງການຕັ້ງຢູ່ຕິດຕະຫຼາດໃໝ່ດົງໂດກ, ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ຜ່ານເບີໂທລະສັບ: ( 021 ) 840 988, ( 020 ) 5555 1741 ແລະ ສາມາດຕິດຕາມການເຄື່ອນໄຫວຜ່ານ facebook: ດົງໂດກ – ປ້າຍ ແລະ ການພິມ ຄົບວົງຈອນ – Dongdok Printing.

ທ່ານ ພອນປະເສີດ ຫັດສະດີ ຍັງໃຫ້ຮູ້ອີກວ່າ: ນອກຈາກປ້າຍ ແລະ ການພິມພວກເຮົາຍັງເຮັດບໍລິການເປັນຕົວແທນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເປັນຕົ້ນແມ່ນຊໍາລະຄ່າທາງປະຈໍາປີທີ່ເນັ້ນຄວາມສະດວກພຽງແຕ່ສົ່ງຂໍ້ມູນທະບຽນລົດທາງເຄື່ອງມືສື່ສານອອນລາຍ ແລະ ໂອນເງິນເຂົ້າບັນຊີ ກໍສາມາດດໍາເນີນການໄດ້ແລ້ວ. ພ້ອມດຽວກັນນັ້ນ, ຍັງເປັນຕົວແທນຈໍາໜ່າຍຫວຍເລກ 8 ຂອງນະຄອນຫຼວງວຽງຈັນ ຕາງເປັນການສົ່ງເສີມນັກສຶກສາເຂດມະຫາວິທະຍາໄລແຫ່ງຊາດ ມີລາຍຮັບຈາກການຂາຍຫວຍພັດທະນາລາວ ແລະ ດ້ານຫັດຖະກໍາ ເຊັ່ນ: ຜະລິດ ແລະ ຈໍາໜ່າຍພອຍຫຼວງພະບາງ ກໍໄດ້ສືບຕໍ່ດໍາເນີນມາເປັນເວລາຫຼາຍປີມາແລ້ວ.