ສາວ ຕິກຕາ ຕັ້ງໃຈເກັບກ່ຽວເອົາປະສົບການໃນເວທີ ນາງສາວລາວ 2019

84

ບັນດານ້ອງນາງສາວຈາກໂຄງການປະກວດ ນາງສາວລາວ 2019 ທຸກຄົນລ້ວນແຕ່ມີຄວາມສາມາດສະເພາະແຕກຕ່າງກັນ.

ສໍາລັບ ສາວ ຕິກຕາ ML 12 ກໍມີຄວາມພະຍາຍາມຢ່າງສູງເພື່ອຈະເກັບກ່ຽວເອົາປະສົບການຈາກກອງປະກວດນີ້ ເພື່ອເປັນການພັດທະນາຕົນເອງໃນຕໍ່ໜ້າດ້ວຍ.

ນາງ ຕິກຕາ ຄຳວັນເຮືອງ ໝາຍເລກ ML 12 ຕົວແທນ ແຂວງຫົວພັນ ອາຍຸ 21 ປີ ໃຫ້ສໍາພາດວ່າ: ປັດຈຸບັນກຳລັງສຶກສາຢູ່ສະຖາບັນທະນາຄານ ສາຂາການທະນາຄານ ປີ 4 ຈຸດເລີ່ມຕົ້ນທີ່ເຂົ້າມາປະກວດກໍຄືຄວາມມັກ ແລະ ຕິດຕາມເວທີນີ້ມາແຕ່ດົນເກືອບທຸກປີ ເຊິ່ງຕົນເອງຄິດວ່າເວທີນາງສາວລາວ ນອກຈາກໄດ້ສະແດງຄວາມງາມຂອງແມ່ຍິງລາວຍັງໄດ້ສະແດງ ຄວາມສາມາດອີກ ຈຶ່ງຕັດສິນໃຈເຂົ້າສະໝັກ ແລະ ໄດ້ ເຂົ້າຮອບ 40 ຄົນ.

ສໍາລັບການກຽມຄວາມພ້ອມໃນການປະກວດໃນຮອບຊີງຊະນະເລີດ ແລະ ເອົາຊະນະໃຈກຳມະການກໍຄືໄລຍະການເກັບຕົວ ໂດຍຕັ້ງໃຈເຮັດກິດຈະກຳຕ່າງໆກຽມພ້ອມທຸກຢ່າງ ບໍ່ວ່າຈະເປັນທາງດ້ານຮ່າງກາຍ, ສຸຂະພາບ ແລະ ຄວາມຄິດຕ່າງໆ.

ຈຸດເດັ່ນຂອງຕົນເອງຄິດວ່ານອກຈາກຄວາມງາມພາຍນອກສູ່ພາຍໃນແລ້ວ ກໍຕ້ອງມີຄວາມຄິດ ແລະ ບຸກຄະລິກທີ່ຈະເປັນນາງສາວລາວທີ່ດີໄດ້ ເພາະຕົນເອງພະຍາຍາມລົງມືເຮັດໃຫ້ດີທີ່ສຸດ ຄວາມຄາດຫວັງແມ່ນການໄດ້ເປັນສ່ວນໜຶ່ງໃນເວທີ ນາງສາວລາວ ທີ່ໄດ້ເຜີຍແຜ່ວັດທະນະທຳ ແລະ ຄວາມເປັນແມ່ຍິງລາວໃຫ້ດີທີ່ສຸດ ເຖິງວ່າໃນມື້ຕັດສິນນ້ອງຈະບໍ່ໄດ້ເຂົ້າຮອບ 5 ຄົນສຸດທ້າຍກໍຕາມ.

ສິ່ງທີ່ຕົນເອງຈະໄດ້ຮັບຈາກເວທີນີ້ ແນ່ນອນກໍຄືປະສົບການຮຽນຮູ້ມິດຕະພາບ, ການໄດ້ໝູ່ໃໝ່ຫຼາຍໆຄົນ ແລະ ຄວາມສຸກທີ່ຫາໃສບໍ່ໄດ້ ເຊິ່ງຕົນເອງຈະເກັບກ່ຽວເອົາທຸກຢ່າງຈາກເວທີນີ້ເພື່ອນໍາໄປເປັນບົດຮຽນໃນຕໍ່ໜ້າ ແລະ ເປັນການພັດທະນາສີມືຂອງຕົນເອງຂຶ້ນໄປອີກ.

ສາມາດຕິດຕາມຂ່າວສານຂອງ ຕິກຕາ ໄດ້ທາງ facebook ສ່ວນຕົວ: Tik ta ແລະ ກິດຈະກຳຕ່າງໆຂອງນ້ອງໆໄດ້ທາງເພຈ໌: Miss laos ນາງສາວລາວ ຫຼື ຮ່ວມໂຫວດຜ່ານທາງ www.misslaos.la/contestants/top40.

ສຸດທ້າຍກໍຂໍໃຫ້ທຸກຄົນຕິດຕາມ ແລະ ເປັນກຳລັງໃຈໃຫ້ ນ້ອງ ຕິກຕາ ML 12 ຕົວແທນຈາກແຂວງ ຫົວພັນ.

( ຂ່າວ: ນຸ້ມນິ້ມ, ຮູບ: ຕິກຕາ )