ຮ່າງກົດໝາຍວ່າດ້ວຍອະນາໄມ ແລະ ສົ່ງເສີມສຸຂະພາບ ຈະສົ່ງເສີມໃຫ້ປະຊາຊົນມີສຸຂະພາບດີ

108

ກົດໝາຍ ວ່າດ້ວຍອະນາໄມ ແລະ ສົ່ງເສີມສຸຂະພາບ ( ສະບັບປັບປຸງ ) ຈະເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ, ປະສິດທິຜົນ, ຕໍ່ເນື່ອງ ແລະ ຍືນຍົງ ແນໃສ່ເຮັດໃຫ້ພົນລະເມືອງມີສຸຂະພາບດີ, ມີອາຍຸຍືນ, ຫຼຸດຜ່ອນການຕິດເຊື້ອພະຍາດ, ການເຈັບປ່ວຍ ແລະ ການເສຍຊີວິດຂອງປະຊາຊົນລາວບັນດາເຜົ່າ.

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 22 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງ ແລະ ປະກອບຄຳເຫັນໃຫ້ຮ່າງກົດໝາຍ ວ່າດ້ວຍອະນາໄມ ແລະ ສົ່ງເສີມສຸຂະພາບ ( ສະບັບປັບປຸງ ) ທີ່ສະເໜີໂດຍ ທ່ານ ບຸນກອງ        ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງກົດໝາຍດັ່ງກ່າວ ປະກອບມີ 9 ພາກ, 8 ໝວດ, 79 ມາດຕາ. ໃນນີ້, ຮັກສາເດີມ 1 ມາດຕາ ຄື: ມາດຕາ 78, ໄດ້ປັບປຸງ 45 ມາດຕາ ແລະ ໄດ້ເພີ່ມເຂົ້າໃໝ່ອີກ 33 ມາດຕາ.

ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ຈຸດປະສົງຂອງການປັບປຸງຮ່າງກົດໝາຍສະບັບນີ້ ເພື່ອໃຫ້ ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ສອດຄ່ອງກັບແນວທາງນະໂຍບາຍລັດຖະທໍາມະນູນ, ກົດໝາຍ, ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນ, ຕໍ່ເນື່ອງ ແລະ ຍືນຍົງ ແນໃສ່ເຮັດໃຫ້ພົນລະເມືອງມີສຸຂະພາບດີ, ມີອາຍຸຍືນ, ຫຼຸດຜ່ອນການຕິດເຊື້ອພະຍາດ, ການເຈັບປ່ວຍ ແລະ ການເສຍຊີວິດຂອງປະຊາຊົນລາວບັນດາເຜົ່າ.

ກົດໝາຍ ວ່າດ້ວຍການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 16 ມັງກອນ 2012 ເປັນຕົ້ນມາ ເຊິ່ງແມ່ນກົມອະນາໄມ ແລະ ກັນພະຍາດ ເປັນເສນາທິການໃຫ້ກະຊວງສາທາລະນະສຸກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍຖືເອົາຫຼັກການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ໄດ້ເຊື່ອມສານວຽກງານສາທາລະນະສຸກຂັ້ນຕົ້ນເຂົ້າໃນວຽກງານພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ວຽກງານສາມສ້າງ ໂດຍສະເພາະການສ້າງບ້ານສາທາລະນະສຸກແບບຢ່າງ ( ປັດຈຸບັນມີບ້ານສາທາລະນະສຸກແບບຢ່າງ 6.421 ບ້ານ ) ເພື່ອໃຫ້ທຸກຄົນມີສຸຂະພາບດີ, ມີອາຍຸຍືນ, ຫຼຸດຜ່ອນການຕິດເຊື້ອພະຍາດ, ການເຈັບເປັນ ແລະ ການເສຍຊີວິດຂອງປະຊາຊົນບັນດາເຜົ່າ ໂດຍການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງທຸກພາກສ່ວນໃນສັງຄົມ.